Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home
Follow @laostartv_la

ປະຫວັດຄວາມເປັນມາ

Details
Benolaos
Category: About us
Hits: 19697

ໃນວັນທີ 29 ທັນວາ ປີ 2006 ສະໂມສອນສົ່ງເສີມ ສິລະປະວັດທະນະທໍາລາວບັນດາເຜົ່າ ໄດ້ເຊັນສັນຍາຮ່ວມມືກັບໂທລະພາບແຫ່ງຊາດລາວ ເພື່ອສ້າງຕັ້ງຊ່ອງບັນເທີງ ໂທລະພາບ ລາວສຕາຣ໌ ແລະ ນຳສະເໜີລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ ແລະ ວັດທະນາທຳ ເພື່ອຂໍອະນຸມັດອອກຂໍ້ຕົກລົງ ສ້າງຕັ້ງຊ່ອງບັນເທີງໂທລະພາບລາວສຕາຣ໌ ຢ່າງເປັນທາງການ ມາຮອດເດືອນ 2 ປີ 2007

ໂທລະພາບລາວສຕາຣ໌ ແມ່ນຊ່ອງເອກະຊົນຊ່ອງທຳອິດໃນ ສປປ. ລາວ ທີ່ກຸ້ມຕົນເອງດ້ານງົບປະມານ 100% ໂດຍເຄື່ອນໄຫວຕາມຂໍ້ກຳນົດ ເລກທີ 001/ລສຊ. ລົງວັນທີ 21/09/2007. ເຊິ່ງແມ່ນສະໂມສອນສົ່ງເສີມສິລະປະວັດທະນາທໍາລາວ ບັນດາເຜົ່າ (ສວຜ.) ເປັນຜູ້ສ້າງຕັ້ງ ແລະ ຂຶ້ນກັບ ສວຜ.  ເປັນຜູ້ຊີ້ນຳໂດຍກົງ ໂດຍມີການຊີ້ນຳໆ ພາທາງດ້ານມະຫາພາກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີພາລະບົດບາດໃນການໂຄສະນາເຜີຍແຜ່ພາບພົດອັນດີງາມທາງດ້ານການເມືອງ ເສດຖະກິດ ວັດທະນະທຳ-ສັງຄົມ ສົ່ງເສີມການອະນຸລັກຮັກສາ ວັດທະນະທຳທີ່ເປັນເອກະລັກ ແລະ ມູນເຊື້ອອັນດີງາມຂອງຊາດ ກໍ່ຄືຂອງປະຊາຊົນລາວບັນດາເຜົ່າ ໃຫ້ດຳລົງຄົງຢູ່ຄຽງຄູ່ກັບຊາດລາວຕະຫຼອດໄປ ໂຄສະນາທ່າແຮງ ແລະ ຄວາມອາດສາມາດການທ່ອງທ່ຽວລາວ (ທາງດ້ານວັດທະນະທໍາ ທໍາມະຊາດ ແລະ ປະຫວັດສາດ) ເພື່ອສ້າງສິ່ງດຶງດູດຄວາມສົນໃຈໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາທ່ອງທ່ຽວລາວໃຫ້ນັບມື້ນັບຫຼາຍຂຶ້ນ. 

ດ້ານກົງຈັກການຈັດຕັ້ງ

ໃນໄລຍະເລີ່ມຕົ້ນຂອງການສ້າງຕັ້ງໃນປີ 2006 ມີພະນັກງານພຽງ 42 ຄົນ ຍິງ 15 ຄົນ ພະນັກງານຈຳນວນໜຶ່ງແມ່ນຜັນໂຕມາຈາກລາວສຕາຣ໌ ຄາຣາໂອເກ (LSK) ມາຮອດປະຈຸບັນນີ້ພວກເຮົາມີຄະນະອຳນວຍການ 6 ທ່ານ ຫົວໜ້າ 1 ທ່ານ ແລະ ຮອງ 5 ທ່ານ ໃນນັ້ນມີພະນັກງານຈາກອົງການມະຫາພາກຮ່ວມຢູ່ນຳ 2 ທ່ານ ມາຈາກໂທລະພາບແຫ່ງຊາດ ແລະ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ແລະ ທ່ອງທ່ຽວ ປະຈຸບັນມີພະນັກງານທັງໝົດ 88 ຄົນ ຍິງ 31 ຄົນ ແບ່ງອອກເປັນ 5 ຝ່າຍຄື ຝ່າຍບໍລິຫານ ແລະ ຈັດຕັ້ງພະນັກງານ, ຝ່າຍການຕະຫຼາດ, ຝ່າຍລາຍການ, ຝ່າຍເຕັກນິກ ແລະ ຝ່າຍບັນນາທິການ. ເຊິ່ງໄດ້ແບ່ງອອກເປັນ 14 ໜ່ວຍງານວິຊາສະເພາະ ດ້ານສະຫວັດດີການສັງຄົມ ບໍລິສັດພວກເຮົາໄດ້ເຂົ້າເປັນສະມາຂິກຂອງອົງການປະກັນສັງຄົມໃນວັນທີ 23 ທັນວາ ປີ 2010 ມາຮອດປະຈຸບັນພວກເຮົາຍັງມີກອງທຶນຊ່ວຍເຫຼືອພະນັກງານຂອງບໍລິສັດຕື່ມອີກ
 

ດ້ານເຕັກນິກ ແລະ ວິຊາສະເພາະ

ໂທລະພາບ ລາວສຕາຣ໌ ແຜ່ພາບອອກອາກາດຕະຫຼອດ 24 ຊົ່ວໂມງ ລາຍການທີ່ນຳມາອອກອາກາດຢູ່ສະຖານີ ໂທລະພາບ ລາວສຕາຣ໌ແມ່ນມາຈາກ 4 ພາກສ່ວນຄື: 

1. ລາຍການຖ່າຍທອດຕໍ່ຈາກໂທລະພາບແຫ່ງຊາດ
2. ລາຍການຈາກມະຫາພາກສົ່ງມາອອກອາກາດ.
3. ລາຍການທີ່ລູກຄ້າຜະລິດແລ້ວມາຊື້ເວລາເພື່ອອອກອາກາດ
4. ລາຍການທີ່ ໂທລະພາບ ລາວສຕາຣ໌ ຜະລິດເອງລວມມີ 29 ລາຍການ


ລວມທັງໝົດຫຼາຍກ່ວາ 50 ລາຍການ ໂດຍອອກອາກາດໃນລະບົບ ດີຈີຕອລ ຜ່ານທາງດາວທຽມ ໄທຄົມ 5 ດ້ວຍຍ່ານຄວາມຖີ່ລະບົບ ຊີແບນ (C-Band) ແລະ ເຄຢູແບນ (KU-Band) ໂດຍສາມາດແຜ່ພາບອອກອາກາດໄດ້ 26 ປະເທດຄວບຄຸມພື້ນທີ່ທະວີບອາຊີ ແລະ ທະວີບ ຢູໂຣບ  ພິເສດແມ່ນຢູ່ອາເມລິກາ ແລະ ການາດາ ແມ່ນສາມາດຮັບຊົມໄດ້ທົ່ວປະເທດ.ໂດຍຜ່ານບັອກ Box-HD

© 2025 Lao Star TV

  • About Us
  • Services
  • Contact Us
Go Top