ສະພາທຸລະກິດ ໄທ-ລາວ ແລະ ສະມາຄົມທຸລະກິດໄທ ໃນ ສປປ ລາວ, ຮ່ວມກັບສະຖານເອກອັກຄະລັດຖະທູດໄທ ທີ່ນະຄອນຫລວງວຽງຈັນ ໄດ້ຈັດທອດຜ້າປ່າສາມັກຄີ ເຊື່ອມຄວາມສຳພັນ ລາວ-ໄທ ຂື້ນເມື່ອບໍ່ດົນຜ່ານມານີ້, ທີ່ວັດປ່າ ອານັນທະສີ ຈັນທາຣາມ ບ້ານຕາດທອງ, ເມືອງສີໂຄດຈະບອງ ນະຄອນຫລວງວຽງຈັນ. ພິທີຄັ້ງນີ້ ໂດຍໃຫ້ກຽດເຂົ້າຮ່ວມຝ່າຍສົງ ມີ ຍາທ່ານໃຫຍ່ ປອ ມະຫາເວດ ຮອງປະທານສູນກາງ ອົງການພະພຸດທະສາສະຫນາ ສຳພັນລາວ, ພ້ອມຄະນະພະສົງ. ຝ່າຍຄາລະວາດ ນຳໂດຍ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ແລະ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ. ນຳຄະນະຕ້ອນຮັບໂດຍ ທ່ານ ຈາຕຸລົງ ບຸນນາກ ປະທານສະພາທຸລະກິດໄທ-ລາວ ແລະ ທ່ານ ວະລາວຸດ ມີສາຍຍາດ ນາຍົກສະມາຄົມນັກທຸລະກິດໄທ ໃນ ສປປ ລາວ, ພ້ອມດ້ວຍຄະນະ ພ້ອມນີ້ຍັງມີບັນດາແຂກ ທີ່ມີຈິດໃຈໃສສັດທາ ເຂົ້າຮ່ວມໃນພິທີຄັ້ງນີ້.
ການທອດຜ້າປ່າສາມັກຄີ ເຊື່ອມຄວາມສຳພັນ ລາວ-ໄທ ໃນຄັ້ງນີ້, ເພື່ອເປັນການສຶບຕໍ່ຄວາມຕັ້ງໃຈ ຂອງສະພາທຸລະກິດໄທ-ລາວ ແລະ ສະມາຄົມທຸລະກິດໄທ ໃນ ສປປ ລາວ, ທີ່ໄດ້ຈັດງານແຂ່ງຂັນແລນລີ້ ເຊື່ອມຄວາມສຳພັນ ລາວ-ໄທ ຄັ້ງທີ 1 ຂື້ນ ໃນໄລຍະເດືອນພະຈິກ 2018 ທີ່ຜ່ານມາ
ຈຸດປະສົງ ເພື່ອນຳລາຍໄດ້ຈາກກິດຈະກຳດັ່ງກ່າວ ມາສ້າງເມນເຜົາສົບ ໃຫ້ແກ່ວັດ ໃນ ສປປ ລາວ, ແຕ່ຈຳນວນທີ່ໄດ້ຮັບ ຍັງບໍ່ພຽງພໍ ໃນການກໍ່ສ້າງ ເພື່ອໃຫ້ສຳເລັດສົມບູນ ຈີ່ງໄດ້ຈັດຜ້າປ່າສາມັກຄີ ຂື່ນມາ ເພື່ອສຶບຕໍ່ສ້າງໃຫ້ສຳເລັດ. ໂອກາດນີ້ ຍັງໄດ້ຈັດພິທີມອບ ແລະ ເປີດແພຄຸມປ້າຍ ຖະຫວາຍເມນເຜົາສົບ, ຖະຫວາຍຜ້າໄຕ ແລະ ປ່ອຍປາລົງສູ່ຫນອງນ້ຳ ເພື່ອຄວາມສີລິມົງຄຸນ
ໃນງານຄັ້ງນີ້ ຍັງໄດ້ມີການແຈກຍາຍຂອງຂວັນ ໃຫ້ແກ່ເດັກນ້ອຍ ທີ່ມາຮ່ວມໃນງານບຸນຜ້າປ່າສາມັກຄີ ແລະ ຕັ້ງໂຮງທານ ໃຫ້ກັບບັນດາແຂກ ແລະ ຍາດຕີພີ່ນ້ອງ ທີ່ເດີນທາງມາຮ່ວມເຮັດບຸນ ໃນງານຄັ້ງນີ້ອີກດ້ວຍ.