ກອງປະຊຸມເຜີຍແຜ່ຜົນສໍາຫຼວດ ລະຫວ່າງ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແລະ ມະຫາວິທະຍາໄລ ອີວາ, ວິທະຍາໄລວິທະຍາສາດສັງຄົມ ສາທາລະນະລັດ ເກົາຫລີ ໃນຫົວຂໍ້: ການອົບຮົມໃຫ້ແກ່ເດັກຍິງກ່ຽວກັບ ການຮັກສາສຸຂະພາບແບບເຊື່ອມສານ ແລະ ເສີມສ້າງຄວາມເຂັ້ມແຂງດ້ານສຸຂະພາບ ໃຫ້ແກ່ເດັກຍິງໃນ ສປປ ລາວ,
ຜ່ານການລາຍງານຂອງ ທ່ານ ດຣ ນາງ. ວັນພະນອມ ສີຈະເລີນ ຄະນະບໍດີ ຄະນະຫຼັງມະຫາວິທະຍາໄລ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນ ມີນາ 2017 ເປັນຕົ້ນມາ ແລະ ຈະດໍາເນີນໄປຈົນເຖິງ ທ້າຍປີ 2019 ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານຈາກ ອົງການ ກອຍກ້າ, ສໍາລັບບັນຫາຂອງສຸຂະພາບເດັກຍິງກໍາລັງເປັນເລື່ອງທີ່ຫນ້າເປັນຫ່ວງໃນ ສປປ ລາວ. ສະນັ້ນ ມະຫາວິທະຍາໄລ ອີວາ ສ.ເກົາຫລີ ແລະ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ ສປປ ລາວ ຈຶ່ງໄດ້ຮ່ວມມືກັນສ້າງສູນ. ມ ວ ສ - ອີວາ, ສູນຮັກສາສຸຂະພາບແບບເຊື່ອມສານ, ສໍາລັບເດັກຍິງ ສູນນີ້ແມ່ນເປັນສູນເກັບຮັກສາຂໍ້ມູນ ແລະ ອຸປະກອນຕ່າງໆ ທີ່ຮັບໃຊ້ໃນກິດຈະກໍາ ເພື່ອສ້າງຜົນປະໂຫຍດຕໍ່ການສ້າງນະໂຍບາຍ ແລະ ລະບົບການຮັກສາສຸຂະພາບສໍາລັບເດັກຍິງ, ການອົບຮົມໃຫ້ແກ່ເດັກຍິງ ແລະ ຜູ້່ຊ່ວຍແມ່ນຈະໄດ້ຈັດຕັ້ງຂື້ນໃນສູນແຫ່ງນີ້, ຈຸດປະສົງຂອງໂຄງການແມ່ນ ເພື່ອພັດທະນາ ແລະ ສົ່ງເສີມການຮັກສາສຸຂະພາບຂອງເດັກຍິງ ໃນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ເຊິ່ງຈະເຮັດໃຫ້ພວກເຂົາເລົ່ານັ້ນ ຮູ້ຈັກວິທີການແກ້ໄຂບັນຫາດ້ວຍຕົນເອງ ໂດຍຜ່ານການຝຶກອົບຮົມ ແລະ ກິດຈະກໍາຕ່າງໆ ແລະ ໄດ້ມີການຝຶກອົບຮົມໃຫ້ແກ່ຄູ - ອາຈານ ເພື່ອນໍາພາ ການອົບຮົມໃຫ້ແກ່ເດັກຍິງ ເພື່ອສ້າງຄວາມເຂັ້ມແຂງທາງດ້າສຸຂະພາບ ໃຫ້ແກ່ເດັກຍິງໃນ ສປປລາວ.
ສໍາລັບແຜນການຕໍ່ຫນ້າແມ່ນຈະໄດ້ສືບຕໍ່ ສຶກສາ-ຄົ້ນຄົ້ວ ປັບປຸງແບບແຜນການຈັດຕັ້ງປະຕິບັດ ການຝຶກອົບຮົມ, ຄູ່ມື, ອຸປະກອນ ໃຫ້ແທດເໝາະ ແລະ ດີຂື້ນກວ່າເກົ່າ ເພື່ອເຮັດໃຫ້ ການຮັກສາສຸຂະພາບແບບເຊື່ອມສານ ແລະ ການເສີມສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ໃຫ້ແກ່ເດັກຍິງໃນ ສປປລາວ ມີຜົນສໍາເລັດເປັນກ້າວໆ ໃນອານາຄົດ.
Editor: ກຳປານາດ ລັດຖະເຮົ້າ