ວັນທີ 25 ທັນວາ 2017 ນີ້ ຄະນະມະຫາວິທະຍາໄລແຫ່ງຊາດ ໄດ້ນຳເຄື່ອງມາຊ່ວຍເຫຼືອ ສະໜັບສະໜູນການສຶກສາໃຫ້ແກ່ 7 ໂຮງຮຽນ, ກຸ່ມລ້ອງປີວ ເຊີ່ງພິທີດັ່ງກ່າວໄດ້ຈັດຂື້ນທີ່ໂຮງຮຽນ ມໍສໍ ລ້ອງປີວ, ເມືອງຄໍາ ແຂວງຊຽງຂວາງ ໂດຍພາຍໃຕ້ການຊີ້ນໍາ- ນໍາພາຂອງ ທ່ານ ຮອງສາດສະດາຈານ ປະລີນຍາເອກ ອຸດົມ ຄຳພອນເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະທີມງານໂດຍເປັນກຽດຕ້ອນຮັບຂອງ ທ່ານ ວຽງໄຊ ສີວິໄລ ກຳມະການພັກຂວງເລຂາພັກເມືອງ ເຈົ້າເມືອງໆຄຳ ມີຄະນະອໍານວຍການໂຮງຮຽນ ທັງ 7 ແຫ່ງພ້ອມດ້ວຍ ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ 150 ຄົນ, ຍິງ 65 ຄົນ.
ທ່ານ ອາຈານ ບົວທອງ ໄຊຍະທິລາດ ອຳນວຍການໂຮງຮຽນ ມໍສໍ ລ້ອງປີວ ໄດ້ຂື້ນສະ ແດງຄວາມດີອົກດີໃຈທີ່ທາງທີມງານມະຫາວິທະຍາໄລແຫ່ງຊາດ ໄດ້ນຳເຄື່ອງມາຊ່ວຍເຫຼືອໃນຄັ້ງນີ້ໂດຍສະເພາະກໍ່ແມ່ນເຄື່ອງຄອມພີວເຕີ ແລະ ເຄື່ອງນຸ່ງຫົ່ມ ຈຳນວນໜຶ່ງ ເພື່ອນຳມາພັດທະນາການສຶກສາໃຫ້ ແກ່ໂຮງຮຽນ.
ຫຼັງຈາກນັ້ນ ທ່ານ ຮອງສາດສະດາຈານ ປະລີນຍາເອກ ອຸດົມ ຄຳພອນເພັງ ຮອງອະທິບໍດີມະ ຫາວິທະຍາໄລແຫ່ງຊາດ ກໍ່ໄດ້ຂື້ນກ່າວມອບເຄື່ອງດັ່ງກ່າວໃຫ້ຮູ້ວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີເຄື່ອງ ຄອມພີວເຕີຈໍານວນ 23 ຊຸດ, ເຄື່ອງປີ່ນເຕີ 2 ຊຸດ, ລະບົບເນັດໄວຟາຍ 2 ເມກາບາຍ ແລະ ເຄື່ອງນຸ່ງຫົ່ມ ຈຳນວນໜຶ່ງລວມເປັນມູນຄ່າທັງໝົດ 80 ລ້ານກວ່າກີບ. ເປັນກຽດກ່າວຮັບໂດຍ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄຳ ພ້ອມນັ້ນທ່ານກໍ່ຍັງໄດ້ກ່າວມອບ ໃຫ້ແກ່ໂຮງຮຽນ ເປັນຜູ້ນຳໃຊ້. ເປັນກຽດກ່າວຮັບຂອງ ທ່ານ ບົວທອງ ໄຊຍະທິລາດ ອຳນວຍການໂຮງຮຽນ ມໍສໍ ລ້ອງປີວ. ຈຸດປະສົງໃນຄັ້ງນີ້ກໍ່ເພື່ອເປັນການເຕົ້າໂຮມຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນ ການພັດທະນາລະບົບວຽກງານການສຶກສາດ້ານ ໄອທີ ເຂົ້າໃນລະບົບການຮຽນ-ການສອນໃຫ້ນັບມື້ມີ ຄວາມເຂັ່ມແຂງ ແລະ ກ້າວໜ້າຂື້ນເປັນກ້າວໆ.
ແຫລ່ງຂ່າວ ຈາກທີມຂ່າວ ຖວທ ເມືອງຄໍາ
Editor: ກຳປານາດ ລັດຖະເຮົ້າ