ໃນອາທິດຜ່ານມາ ວັນທີ 10 ມັງກອນ 2018 ຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງແກ້ວອຸດົມ ໄດ້ຈັດພິທີ ຮັບເຄື່ອງອຸປະກອນການຮຽນ-ການສອນ ເພື່ອປະກອບເຂົ້າໃນສູນການສຶກສານອກໂຮງຮຽນຢູ່ເມືອງແກ້ວອຸດົມ, ແຂວງວຽງຈັນ ຊຶ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ :
-ຄອມພິວເຕີ ຈຳນວນ 14 ເຄື່ອງ, ມູມຄ່າ 63,000,000 ກີບ
-ຈັກຫຍິບເຄື່ອງ ຈຳນວນ 5 ເຄື່ອງມູມຄ່າ 15,000,000 ກີບ
-ຈັກແຊັກ 2 ຊຸດ ມູມຄ່າ 15,00,000 ກີບ
-ຈັກປໍ້າກະດູມ 2 ຊຸດ ມູມຄ່າ 2,000,000 ກີບ
-ອຸປະກອນການເສີມສວຍຈຳນວນ 5 ຊຸດ ມູມຄ່າ 11,900,000 ກີບ
ລວມມູມຄ່າທັງໝົດ 93,400,000 ກີບ ໃຫ້ກຽດຂື້ນມອບໂດຍ ທ່ານ ເຊິນ ນີ່, ປະທານອົງການມູລະນິທິຮ່ວມໃຈ ປະເທດ ສ ເກົາຫລີ ເປັນຜູ້ມອບ, ໃຫ້ກຽດຂື້ນຮັບໂດຍທ່ານ ນາງ ຄຳປານ ຄຳມຸງຄຸນ, ກໍາມະການພັກເມືອງຫົວ ໜ້າຫ້ອງການສຶກສາ ແລະ ກິລາເມືອງແກ້ວອຸດົມ ພ້ອມຕັດຄະນະ ແລະ ຮ່ວມກັນແຖບຜ້າເປີດປ້າຍ ໂດຍເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ມີ ທ່ານ ບົວວັນ ແກ້ວວິໄລທອງ ຄະນະປະຈຳພັກເມືອງ ປະທານກວດກາພັກ–ລັດເມືອງ, ມີຜູ້ຮັບຜິດຊອບສູນການສຶກສານອກໂຮງຮຽນ ແລະ ຄູອາຈານເຂົ້າຮ່ວມຢ່າງຫລວງຫລາຍ.
ເປົ້າຫມາຍ ເພື່ອເປັນການສ້າງໃຫ້ຜູ້ທີ່ດ້ອຍໂອກາດ, ຂາດເຂີນທາງດ້ານທຶນຮອນການສຶກສາ ໃຫ້ໄດ້ມີໂອກາດໃຫ້ແກ່ຕົນເອງໃຫ້ມີອາຊີບຕິດໂຕ ເພື່ອສ້າງລາຍໄດ້ໃຫ້ກັບຕົນເອງ ຄຽງຄູ່ກັບການພັດທະນາຕົນເອງຢ່າງຮອບດ້ານ.
ຕ້ອນທ້າຍພິທີ ທ່ານ ເຊິນ ນີ່ ປະທານອົງການມູມນິທິຮ່ວມໃຈຂອງປະເທດ ສ ເກົາຫລີ ຍັງໄດ້ມອບທຶນການສຶກສາໃຫ້ແກ່ນ້ອງນັກຮຽນຜູ້ທີ່ຂາດເຂີນທາງດ້ານທືນການສຶກສາ ໃຫ້ແກ່ 62 ຄອບຄົວ, ໃນນັ້ນ ມີນັກຮຽນຊັ້ນປະຖົມຈຳນວນ 50 ນ້ອງ, ຍີງ 27 ນ້ອງ, ລວມມູມຄ່າ 20 ກວ່າກີບ, ຊັ້ນ ມັດທະຍົມຕົ້ນ ຈຳນວນ 53 ນ້ອງ,ຍີງ 29 ນ້ອງ, ລວມມູມຄ່າ 26,500,000 ກີບ ແລະ ຊັ້ນມັດທະຍົມປາຍ ເປັນຍິງຈຳນວນ 10 ນ້ອງ, ລວມມູມຄ່າ 14,000,000 ກີບ,ລວມມູມຄ່າທັງໝົດ 60,500,000 ກີບ.
Editor: ນັກຂ່າວເມືອງແກ້ວອຸດົມ