ໃນວັນທີ 17 ມັງກອນ ຜ່ານມານີ້ ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສຳພາດເອົານັກສຶກສາ ເພື່ອໄປທັດສະນະສຶກສາ ຢູ່ ສ ເກົາຫລີ ໂດຍການເຂົ້າຮ່ວມຂອງທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີ ປະຈຳ ສຳນັກງານນາຍົກລັດຖະມົນຕີ, ທ່ານ ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ມີທ່ານ ເຢິນ ຜູ້ໃຫ້ທຶນທັດສະນະສຶກສາ, ທ່ານ ຈັງ ປະທານສະມາຄົມຮ່ວມມື ລາວ-ເກົາຫລີ, ທ່ານ ໂກ ເຢິນ ໂຮ, ຮອງປະທານ ບໍລິສັດ ຜະລິດໄຟຟ້າ. ພ້ອມນັ້ນຍັງມີນັກສຶກສາ ເຂົ້າຮ່ວມ.
ຈຸດປະສົງ ຂອງການສຳພາດເອົານັກສຶກສາ ເພື່ອໄປທັດສະນະສຶກສາ ຢູ່ ສ ເກົາຫລີ ຂອງຄະນະນິຕິສາດ ແລະ ລັດຖະສາດ ໃນຄັ້ງນີ້ ແມ່ນແນ່ໃສເພື່ອຕອບສະໜອງການພັດທະນາການສຶກສາ ແລະ ການຮ່ວມມືຂອງນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ສ ເກົາຫລີ, ເຊິ່ງຈະເຮັດໃຫ້ບັນດານັກສຶກສາໄດ້ມີຄວາມຮັບຮູ້, ຄວາມເຂົ້າໃຈຫລາຍຂຶ້ນກ່ຽວກັບປະເທດ ສາທາລະນະລັດ ເກົາຫລີ ແລະ ພ້ອມທັງເປັນການແລກປ່ຽນຄວາມຮູ້, ວັດທະນາທຳ ເຊິ່ງກັນ ແລະ ກັນ ກັບບັນດາມະຫາວິທະຍາໄລແຫ່ງຕ່າງໆ ຢູ່ ສ ເກົາຫລີ. ສໍາລັບ ການຄັດເລືອກເອົານັກສຶກສາ ແມ່ນໄດ້ຄັດເລືອກຈາກ 5 ພາກວິຊາ ຄື: ພາກແພ່ງ, ພາກອາຍາ, ພາກທຸລະກິດ, ພາກລັດຖະສາດ ແລະ ພາກພົວພັນສາກົນ. ເຊິ່ງລວມໃນ 5 ພາກວິຊາ ແມ່ນຄັດເລືອກໄດ້ 10 ຄົນ ແລະ ໃນ 10 ຄົນ ແມ່ນຈະໄດ້ຄັດເອົາພຽງແຕ່ 4 ຄົນ, ຍິງ 2 ຄົນ ເພື່ອເດີນທາງໄປທັດສະນະສຶກສາ ຢູ່ ສ ເກົາຫລີ.
ຜ່ານການສຳພາດຕົວຈິງ ຂອງຜູ້ໃຫ້ທຶນໂດຍກົງຈາກ ສ ເກົາຫລີ ຜົນປະກົດວ່າ ໃນຈຳນວນ 10 ຄົນ ຄັດເອົາພຽງ 4 ຄົນ ໄດ້ໄປທັດສະນະສຶກສາຢູ່ ສ ເກົາຫລີ ມີ: ທ້າວ ເກດມະນີ ໄຊຍະຈັກ ພາກວິຊາລັດຖະສາດ, ທ້າວ ສີປະເສີດ ແກ້ວວົງສາ ພາກວິຊາລັດຖະສາດ, ນາງ ນຸ້ຍ ນະວົງສາ ພາກວິຊາແພ່ງ ແລະ ນາງ ສຸມິດຕາ ປຸນຍະຈິດ ພາກວິຊາພົວພັນສາກົນ.
ມີສຽງສຳພາດທ່ານ ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມາໃຫ້ຮັບຟັງ
ປ່ອຍສຽງສໍາພາດ
Editor: ດາວໄຊ ສີວິໄລ