ງານປະກວດລາວ-ກຣິນເຕັກ ຄັ້ງທໍາອິດ ໄດ້ຈັດຂື້ນ ເມື່ອບໍ່ດົນມານີ້ ທີ່ ສູນ ລາວ-ເຈແປນ ບູໂດເຊັນເຕີ, ນະຄອນຫລວງວຽງຈັນ ເຊີ່ງໃຫ້ການສະຫນັບສະຫນູນໂດຍ ກະຊວງພະລັງງານ ແລະ ບໍ່ແຮ່, ແລະ ກະຊວງສຶກສາທິການ ແລະ ກິລາ, ໂດຍໄດ້ຮັບກຽດເຂົ້າຮ່ວມຊົມຜົນງານນັກສຶກສາ ມີ ທ່ານ ໂຕຊິຢູກິ ຊິລາກີ ອໍານວຍການບໍລິສັດ ຮິຕະຊິ ໂຊເຊັນ, ມີ ທ່ານ ສິນທະນາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ລວມມີບັນດາພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ງານດັ່ງກ່າວ ເພື່ອເປັນການປູກຈິດສໍານຶກກ່ຽວກັບສິ່ງແວດລ້ອມ ແລະ ໃຫ້ຄວາມສໍາຄັນ ທາງດ້ານພະລັງງານ ໃນ ສປປ ລາວ, ພ້ອມກັນນັນ ຍັງເປັນການສ້າງໂອກາດໃຫ້ແກ່ນັກຮຽນ-ນັກສຶກສາ ຈາກມະຫາວິທະຍາໄລ, ວິທະຍາໄລ ໃນນະຄອນຫລວງວຽງຈັນ ໄດ້ເຂົ້າໃຈ ແລະ ຄໍານຶງເຖິງສິ່ງແວດລ້ອມ, ພະລັງງານສະອາດ ແລະ ສ້າງຖອກາດໃຫ້ທຸກຄົນ ໄດ້ແລກປ່ຽນທັດສະນະກ່ຽວກັບ ບັນຫາເສດຖະກິດ-ສັງຄົມ, ລະນຶກເຖິງອະນາຄົດ ການນໍາໃຊ້ພະລັງງານທີ່ສະອາດ ນັກສຶກສາຈະສ້າງຕົວແບບຂື້ນ ເພື່ອນໍາມາສະເຫນີແນວຄວາມຄິດຂອງຕົນ ແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ເຫັນເຖິງຜົນງານທີ່ຄົ້ນຄວ້າປະດິດຂື້ນ.
ງານປະກວດ ລາວ ກຣິນເຕັກ ຄັ້ງນີ້ ມີທີມເຂົ້າຮ່ວມ 10 ທີມ ທີ່ມາຈາກມະຫາວິທະຍາໄລ ແລະ ວິທະຍາໄລ ພາຍໃນນະຄອນຫລວງວຽງຈັນ. ຜ່ານການວາງສະແດງສາມາດຄັດເລຶອກໄດ້
- ລາງວັນຄວາມຄິດສ້າງສັນ ແມ່ນທີມ ໃບໂອດີຈີ
- ລາງວັນນໍາສະເຫນີດີເດັ່ນ ແມ່ນທີມ ມະນຸດກ້າວຫນ້າ ຈາກ ຄະນະ ວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ
- ລາງວັນພັດທະນາຍືນຍົງ ແມ່ນທີມ ພີທີຊີ ຈາກວິທະຍາໄລ ເຕັກນີກສັບພະວິຊາ
Editor: ກຳປານາດ ລັດຖະເຮົ້າ