ໃນວັນທີ 23 ມັງກອນ 2018 ທີ່ ຄະນະວິທະຍາສາດ ທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານຕອບໂຕ້ສຸກເສີນ ເພື່ອຮັບມືກັບອຸບັດເຫດຕ່າງງ ເຊັ່ນ: ຈາກເຄມີ, ຊີວະ, ລັງສີ ແລະ ນິວເຄຼຍ ຫຼື ເອີ້ນຫຍໍ້ ຊີບີອາເອັນ CBRN ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ປອ. ຄຳເພັດ ວົງດາລາ, ຮັກສາການຫົວໜ້າກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ທ່ານ LEO FABER, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ; ທ່ານ MATTEO, ຊ່ຽວຊານຈາກສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ໂມເລກຸນ (ISTM-CNR) ແລະ ທ່ານ ຮສ. ປອ. ບຸນຜັນ ຕົ້ນແພງ, ຄະນະບໍດີຄະນະວິທະຍາສາດ ທຳມະຊາດ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນສ້າງຄວາມອາດສາມາດໃຫ້ແກ່ໜ່ວຍງານຕອບໂຕ້ສຸກ ເພື່ອຮັບມືກັບອຸບັດເຫດຕ່າງໆ ເຊັ່ນ: ດ້ານຊີວະ, ເຄມີ, ລັງສີ ແລະ ນິວເຄຼຍ. ການຝຶກອົບຮົມຄັ້ງນີ້ ເປັນຄັ້ງທີ 2 ຊຶ່ງຄັ້ງທໍາອິດ ໄດ້ຈັດຂຶ້ນໃນ ເດືອນຕຸລາ 2016 ຜ່ານມາ. ການຈັດຝຶກອົບຮົມນີ້ ເປັນສ່ວນໜຶ່ງໃນບັນດາກິດຈະກຳຕ່າງໆຂອງໂຄງການທີ 46 ມີຊື່ວ່າ “ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໃນຂົງເຂດຕອບໂຕ້ສຸກເສີນ, ຄວາມປອດໄພ, ການປ້ອງກັນຊີວະພາບ ແລະ ດ້ານລະບຽບການ ເພື່ອຫຼຸດຜ່ອນຄວາມສ່ຽງຈາກ CBRN”.
ກອງປະຊມຝຶກອົບຮົມຄັ້ງນີ້ ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ໂດຍພາຍໃຕ້ແຜນງານຂອງ ສູນດີເລິດ ດ້ານ ຊີວະ, ເຄມີ, ລັງສີ ແລະ ນິວເຄຼຍ ຂອງສະຫະພາບເອີຣົບ ຫຼື ເອີ້ນວ່າ (EU CBRN Centre of Excellence Initiative). ການຝຶກອົບຮົມ ແນໃສ່ຍົກລະດັບຄວາມຮູ້ ແລະ ປະສົບການ ຂອງພະນັກງານທີ່ຮັບຜິດຊອບວຽກງານຕອບໂຕ້ສຸກເສີນ ຊຶ່ງປະກອບດ້ວຍຫລາຍຫົວຂໍ້ ມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ກ່ຽວກັບການປ້ອງກັນ, ການຊອກຫາ, ການກອບກູ້ ແລະ ການຟື້ນຟູ ຈາກເຫດການຕ່າງໆ ກ່ຽວຂ້ອງກັບ CBRN.
ຜູ້ເຂົ້າຮ່ວມການຝຶກອົບຮົມ 50 ກວ່າຄົນທີ່ມາຈາກພາກສ່ວນຕ່າງໆ ຈະໄດ້ສົນທະນາ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອປັບປຸງຈຸດຄົງຄ້າງ ຢູ່ກອງປະຊຸມເປັນເວລາ 4 ວັນ ນັບແຕ່ວັນທີ 23-26 ມັງກອນ 2018.
Editor: ໜັງສືພິມ ວິທະຍາສາດ ແລະ ການພັດທະນາ