ໃນທ້າຍອາທິດຜ່ານມານີ້ ເມືອງພູຄູນ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳຍ່າງອອກກຳລັງກາຍ ເພຶ່ອສຸຂະພາບ ເພື່ອສະເຫຼີມສະຫຼອງ ວັນກິລາ-ກາຍຍະກຳແຫ່ງຊາດລາວ ວັນທີ 13 ກໍລະກົດ ຄົບຮອບ 52 ປີ ແລະ ຂ່ຳນັບຮັບຕ້ອນ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ ຄົບຮອບ 63 ປີ ໂດຍມີ ທ່ານ ຄຳກາງ ຮວງທະຈັນ ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງພູຄູນ, ພ້ອມດ້ວຍພະນັກງານ-ລັດຖະກອນ, ສະມາຊິກສະຫະພັນແມ່ຍິງອອ້ມຂ້າງເມືອງເຂົ້າຮ່ວມ.
ພາຍຫຼັງສໍາເລັດການຈັດກິດຈະກໍາຍ່າງ ເພື່ອສຸຂະພາບ ຕັ້ງແຕ່ບ້ານສາມແຍກ ຫາ ໂຮງຮຽນມັດທະຍົມສົມບູນພູຄູນ ໄລຍະທາງປະມານ 3 ກິໂລແມັດ ແລ້ວໄດ້ມີການເຕັ້ນແອໂຣບິກ ຈາກນັ້ນ ໄດ້ມີການເລົ່າມູນເຊື້ອ, ປະຫັວດຄວາມເປັນມາຂອງວັນດັ່ງກ່າວ, ໃຫ້ກຽດເລົ່າປະຫວັດຄວາມເປັນມາ ຂອງວັນກິລາ-ກາຍຍະກຳແຫ່ງຊາດລາວ ໂດຍແມ່ນ ທ່ານ ບຸນມີ ວິໄລພອນ ຫົວໜ້າ ຫ້ອງສຶກສາທິການ ແລະ ກິລາເມືອງ ທ່ານໃຫ້ຮູ້ວ່າ: ວັນກິລາ-ກາຍຍະກໍາລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ກໍລະກົດປີ 1966 ເຊິ່ງເປັນຂີດໝາຍສຳຄັນທາງດ້ານ ປະຫວັດສາດຂອງວົງການກິລາລາວ ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນ, ເພື່ອສຸຂະພາບ, ເພື່ອຄວາມສາມັກຄີ ໃນຖັນແຖວພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຕະຫຼອດມາ. ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ຂະບວນກິລາລາວໄດ້ມີການຂະຫຍາຍຕົວ ແລະ ເຄື່ອນໄຫວ ຢ່າງຟົດຟື້ນ ຕໍ່ເນື່ອງ ທັງເຕີບໃຫ່ຍເຂັ້ມແຂງ ຄຽງຄູ່ກັບຂະບວນການປະຕິວັດຊາດ ແລະ ການສ້າງສາພັດທະນາໃນໄລຍະໃໝ່, ເຮັດໃຫ້ຊື່ສຽງ ໃນວົງການກິລາລາວ ນັບມື້ສູງເດັ່ນໃນເວທີກິລາພາກພື້ນ ແລະ ສາກົນ, ດັ່ງນັ້ນ ວັນດັ່ງກ່າວ ຈຶ່ງກາຍເປັນວັນປະຫວັດສາດ ທີ່ສຳຄັນແຫ່ງການເຄື່ອນໄຫວຂອງກິລາລາວ ໂດຍສືບທອດຈາກກິລາກອງທັບ ທີ່ເປັນຕົ້ນກຳເນີດມູນເຊື້ອ, ຕິດພັນກັບການປະຕິບັດສອງໜ້າທີ່ຍຸດທະສາດ ຂອງຊາດລາວຕະຫຼອດມາ.
Editor: ນັກຂ່າວເມືອງພູຄູນ