ຕອນເຊົ້າ ວັນທີ 17 ກໍລະກົດ 2018 ນີ້ ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ແຂວງ ບໍລິຄໍາໄຊ ໄດ້ເປີດການສອບເສັງຈົບຊັ້ນໃຫ້ກັບນັກຮຽນ ປກສ ຊັ້ນຕົ້ນ ເລກ 4 ຮຸ້ນທີ່ VII ສາຂາວິຊາຕໍາຫຼວດທົ່ວໄປຢ່າງເປັນທາງການ, ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ພັນໂທ ຄໍາໃບ ສຸວັນນະໂຄດ ຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີ ທ່ານ ພັນໂທ ນາງ ຄັດທະຈັນ ທໍາມະສິດ ຫົວໜ້າພະແນກຄຸ້ມຄອງນັກສຶກສາ, ກົມກໍ່ສ້າງກໍາລັງ, ກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ, ມີຄະນະອໍານວຍການ, ຄູ-ອາຈານ ຕະຫຼອດຮອດນັກຮຽນເຂົ້າຮ່ວມສອບເສັງ ຈໍານວນ 281 ສະຫາຍ.
ທ່ານ ພັນໂທ ນາງ ຄັດທະຈັນ ທໍາມະສິດ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2043/ກມປສ, ລົງວັນທີ 13 ກໍລະກົດ 2018 ວ່າດ້ວຍການອານຸມັດໃຫ້ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຈັດຕັ້ງການສອບເສັງຈົບຊັ້ນ ໃຫ້ແກ່ນັກຮຽນ ຮຸ່ນທີ່ VII ປະຈໍາສົກປີ 2017-2018, ມີນັກຮຽນທັງໝົດ ຈໍານວນ 281 ສະຫາຍ, ຍິງ 53 ສະຫາຍ, ຫຼັກສູດການຮຽນ-ການສອນ ສາຂາວິຊາຕໍາຫຼວດທົ່ວໄປ, ຫຼັກສູດ 1 ປີ ສໍາຫຼັບ ພາກວິຊາສອບເສັງ ມີ 3 ພາກວິຊາ ຄື: ພາກວິຊາການເມືອງ, ພາກວິຊາກົດໝາຍ, ພາກວິຊາສະເພາະ. ກົດລະບຽບໃນການສອບເສັງແມ່ນທາງຄະນະຮັບຜິດຊອບກໍານົດໃຫ້ມີ 2 ຮູບແບບ ຄື: 1 ວິຊາໄດ້ແບ່ງອອກເປັນ 2 ຄໍາຖາມ, ປະເພດ ຄີກ ແລະ ຄູ່ ໂດຍອີງໃສ່ເລກລໍາດັບຂອງໂຕະ, ກໍານົດເວລາສອບເສັງ 2 ວັນ, ເລີ່ມແຕ່ວັນທີ 17-18 ກໍລະກົດ 2018 ໃຫ້ສໍາເລັດ.
ຈາກນັ້ນ ທ່ານ ພັນໂທ ຄໍາໃບ ສຸວັນນະໂຄດ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ນັກຮຽນທີ່ເຂົ້າຮ່ວມສອບເສັງໃນຄັ້ງນີ້ ຈົ່ງປະຕິບັດກົດລະບຽບໃນການສອບເສັງຢ່າງເຂັ້ມງວດ ແລະ ນໍາເອົາບົດຮຽນຄວາມຮູ້ທີ່ໄດ້ຮໍ່າຮຽນມາໝູນໃຊ້ເຂົ້າໃນການສອບເສັງໃຫ້ເຕັມຄວາມສາມາດ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ແນ່ໃສ່ເຮັດໃຫ້ບຸກຄະລາກອນທີ່ຈະຮຽນຈົບອອກໄປໃນຮຸ້ນທີ່ VII ນີ້ ມີຄຸນນະພາບ ແລະ ປະສິດຕິພາບ, ມີຄວາມເຕີບໃຫຍ່ເຂັ້ມແຂງ ເພື່ອຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ເປັນກໍາລັງແຮງໃຫ້ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກາຍເປັນພະນັກງານຜູ້ສືບທອດທີ່ດີໃນສະເພາະໜ້າ ແລະ ຍາວນານ.
Editor: ປກສ ແຂວງບໍຄຳໄຊ