Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ມສ ວຽງຈັນ ສະຫຼຸບ ຜົນການຮຽນ – ການສອບເສັງ ຈົບຊັ້ນ ມໍ 4 ແລະ ມໍ 7 ສົກປີ 2018 – 2019...

Details
Souphatta
Category: Education
Hits: 8359

ສົກປີ 2018 – 2019 ໂຮງຮຽນ ມໍສໍ ວຽງຈັນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດສອນບໍາລຸງນັກຮຽນເພື່ອໃຫ້ການສອບເສັງຈົບຊັ້ນໄດ້ດີທີ່ສຸດ ເຊິ່ງຜ່ານການສອບເສັງຈົບຊັ້ນ ມໍ 4 ແລະ ມໍ 7 ສາມາດຍາດໄດ້ໃບປະກາດແດງຈຳນວນ 5 ຄົນ, ຍິງ 4 ຄົນ ແລະ ອີກຫຼາຍລາງວັນດີເດັ່ນຂອງຂັ້ນເມືອງຈັນທະບູລີ. ວັນທີ 6 ສິງຫາ 2019 ຜ່ານມາ  ໂຮງຮຽນ ມໍສໍ ວຽງຈັນ ໄດ້ຈັດພິທີສະຫຼຸບຜົນການຮຽນ – ການສອບເສັງຈົບຊັ້ນ ມໍ 4 ແລະ ມໍ 7 ຂຶ້ນທີ່ສະໂມສອນໃຫຍ່ໂຮງຮຽນ ມໍສໍ ວຽງຈັນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານນາງ ວຽງສຸວັນ  ພະໄຊສົມບັດ  ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ພ້ອມດ້ວຍບັນດາຄູ – ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນ ມໍ 4 ແລະ ມໍ 7 ທັງໝົດເຂົ້າຮ່ວມ.

ທ່ານນາງ ວຽງສຸວັນ ພະໄຊສົມບັດ ໄດ້ກ່າວວ່າ: ໃນສົກປີ 2018 – 2019 ຜ່ານມາ ໂຮງຮຽນ ມໍສໍ ວຽງຈັນ ມີນັກຮຽນສອບເສັງຈົບຊັ້ນ ມໍ 4 ທັງໝົດ 334 ຄົນ, ຍິງ 199 ຄົນ, ມີທັງໝົດ 8 ຫ້ອງ ແລະ ມ 7 ຈຳນວນ 603 ຄົນ, ຍິງ 372 ຄົນ, ມີທັງໝົດ 16 ຫ້ອງ ເພື່ອໃຫ້ການສອບເສັງຈົບຊັ້ນໄດ້ຮັບຜົນດີກວ່າເກົ່າ ໃນສົກປີ 2018 – 2019 ນີ້ ໂຮງຮຽນໄດ້ຕັ້ງໜ້າປະຕິບັດການສອນບໍາລຸງ ໃຫ້ແກ່ນັກຮຽນທີ່ຈະເສັງຈົບຊັ້ນມາຕັ້ງແຕ່ວັນທີ 1 ກຸມພາ 2019 ຫາ 15 ມິຖຸນາ 2019 ເຊິ່ງສອນໃນຊົ່ວໂມງທີ 7 ເວລາ 15:00 – 16:00 ໂມງ ເພື່ອກະກຽມໃນການສອບເສັງໃຫ້ໄດ້ 100% ໂດຍຊັ້ນ ມ 4 ບຳລຸງທັງໝົດ 576 ຊົ່ວໂມງ, ຊັ້ນ ມໍ 7 ບໍາລຸງທັງໝົດ 960 ຊົ່ວໂມງ ແລະ ສຳລັບຫ້ອງສອງພາສາໄດ້ບໍາລຸງນັກຮຽນວິຊາວິທະຍາສາດທຳມະຊາດ ເປັນພາສາຝຣັ່ງ ແລະ ບໍາລຸງພາສາຝຣັ່ງ ຈຳນວນ 560 ຊົ່ວໂມງ.ຜ່ານການສອບເສັງຈົບຊັ້ນ ມໍ 4 ໃນວັນທີ 18 – 20 ມິຖຸນາ 2019 ຜ່ານມາສາມາດເສັງໄດ້ 100%. ໃນນັ້ນ, ໄດ້ໃບປະກາດແດງ 2 ຄົນ, ຍິງ 2 ຄົນ ຄື: ນາງ ແກ້ມໃສ ແກ້ວສະນະ ແລະ ນາງ ເກດສະໜາ ສູນດາລາ; ໄດ້ຄະແນນສູງສຸດຂັ້ນເມືອງຈັນທະບູລີ 4 ຄົນ ເປັນຍິງທັງໝົດ, ເສັງໄດ້ຄະແນນຮອບດ້ານທຸກວິຊາ ບໍ່ຫຼຸດ 7 ຈຳນວນ 106 ຄົນ, ຍິງ 79 ຄົນ ແລະ ຊັ້ນ ມໍ 7 ສາມາດສອບເສັງໄດ້ 100%.

ໃນນັ້ນ, ໄດ້ໃບປະກາດແດງ 3 ຄົນ, ຍິງ 2 ຄົນ ຄື: ນາງ ເກດຕາວັນ ສີບຸນເຮືອງ, ນາງ ຄຳຫຼ້າ ສຸພິເລິດ ແລະ ທ້າວ ພູມມະຈັນ ມະນີວັນ; ເສັງໄດ້ຄະແນນດີເດັ່ນຮອບດ້ານ  ຈຳນວນ 409 ຄົນ, ຍິງ 267 ຄົນ.

ພິທິ ຍັງໄດ້ມອບໃບຍ້ອງຍໍໃຫ້ນ້ອງນັກຮຽນທີ່ໄດ້ຮັບໃບປະກາດແດງ ຈຳນວນ 5 ຄົນ, ຍິງ 4 ຄົນ, ມອບໃບຍ້ອງຍໍດີເດັ່ນໃຫ້ນ້ອງນັກຮຽນ ມໍ 4 ທີ່ໄດ້ຄະແນນສູງສຸດຂັ້ນເມືອງຈັນທະບູລີ ຈຳນວນ 4 ຄົນ, ມອບໃບຍ້ອງຍໍໃນການເຄື່ອນໄຫວວຽກງານນອກຫຼັກສູດ ຈຳນວນ 160 ຄົນ, ຍິງ 80 ຄົນ ແລະ ມອບໃບຍ້ອງຍໍໃຫ້ແກ່ນັກຮຽນທີ່ເກັ່ງຮອບດ້ານ ຈຳນວນ 515 ຄົນ, ຍິງ 346 ຄົນ.

 

 

 

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top