ທ່ານ ພອນປະເສີດ ອຸນາພົມ, ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ເປີດເຜີຍກ່ຽວກັບສະພາບການເກີດຂອງພະຍາດໄຂ້ຍຸງລາຍ ໃນ ນະຄອນຫລວງວຽງຈັນ ວ່າ: ການເກີດຂອງພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ) ນັບແຕ່ຕົ້ນປີມາຮອດປັດຈຸບັນ ຄື ຮອດອາທິດທີ 29 ນະຄອນຫຼວງວຽງຈັນ ມີຈຳນວນຄົນເຈັບເປັນພະຍາດນີ້ທັງໝົດ 1.109 ກໍລະນີ ເສຍຊີວິດ 1 ກໍລະນີ ເຊິ່ງ ນະຄອນຫລວງວຽງຈັນ ມີຕົວເລກຄົນເຈັບສູງກວ່າທຸກແຂວງ ຖ້າທຽບໃສ່ການລະບາດຂອງປີ 2010 ແລະ 2013 ຖືວ່າປີນີ້ຍັງຢູ່ໃນພາວະທີ່ຄວບຄຸມໄດ້ ສຳລັບອາທິດທີ 29 ນີ້ ມີ 147 ກໍລະນີ ຖ້າທຽບໃສ່ອາທິດດຽວກັນຂອງປີ 2016 ມີພຽງ 30 ກໍລະນີ.
ປັດຈຸບັນນີ້ ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ໄດ້ເອົາໃຈໃສ່ໃນການຕິດຕາມກໍລະນີເປັນລາຍວັນ ຈາກບັນດາໂຮງໝໍເມືອງ 9 ຕົວເມືອງ ແລະ ໂຮງໝໍສູນກາງ ເພື່ອເຮັດໃຫ້ມີມາດຕະການຕອບໂຕ້ແຕ່ຫົວທີ ແລະ ໃຫ້ທັນເວລາຈາກການເຝົ້າລະວັງນີ້ເຫັນວ່າຢູ່ໃນ 9 ຕົວເມືອງ ເຊິ່ງເມືອງທີ່ມີຄົນເຈັບພະຍາດດັ່ງກ່າວສູງກວ່າໝູ່ແມ່ນເມືອງໄຊທານີ 404 ກໍລະນີ, ໄຊເຊດຖາ 252 ກໍລະນີ, ສີໂຄດຕະບອງ 118 ກໍລະນີ ຫາດຊາຍຟອງ 96 ກໍລະນີ ສີສັດຕະນາກ 79 ກໍລະນີ ຈັນທະບູລີ 76 ກໍລະນີ ນາຊາຍທອງ 64 ກໍລະນີ, ສັງທອງ ແລະ ປາກງື່ມ ເມືອງລະ 10 ກໍລະນີ.
ຕໍ່ກໍລະນີດັ່ງກ່າວ ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ໄດ້ປະສານສົມທົບກັບອຳນາດການປົກຄອງຂັ້ນເມືອງ ຂັ້ນບ້ານ ໃນການລົງຕອບໂຕ້ ໂດຍສະເພາະເມືອງໄຊທານີ ໄດ້ມີມາດຕະການຕະລຸມບອນ ໂດຍເອົາພະນັກງານແພດຈາກຫ້ອງການສາທາລະນະສຸກ ລົງມາຊ່ວຍເພື່ອໃຫ້ສາມາດຄວບຄຸມໄດ້.
ເພື່ອໃຫ້ສາມາດປົກປ້ອງສຸຂະພາບຂອງປະຊາຊົນ ກໍ່ຄືຄົນໃນຄອບຄົວຂອງທ່ານ ຈຶ່ງຮຽກຮ້ອງໃຫ້ແຕ່ລະຄອບຄົວເອົາໃຈໃສ່ປ້ອງກັນພະຍາດດັ່ງກ່າວ ໂດຍເອົາໃຈໃສ່ປະຕິບັດຫຼັກການ 5 ປ ເປັນປະຈຳ ເພື່ອຕັດວົງຈອນໜອນນ້ຳບໍ່ມີໜອນນ້ຳກໍ່ບໍ່ມີຍຸງລາຍ.
Editor: ຕະວັນ ແສງສະຫວັນ