ໃນເມື່ອບໍ່ດົນນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງສອງຄອນ, ແຂວງ ສະຫວັນນະເຂດ ໄດ້ຈັດພິທີມອບເຄື່ອງມືການແພດໃຫ້ແກ່ສຸກສາລາ ບ້ານນາສະລາ ແລະ ບ້ານ ລະຫານ້ຳ ໂດຍການເຂົ້າຮ່ວມຂອງທ່ານ ພິມພານ ສີທອງຄຳ ຮອງເຈົ້າເມືອງໆ ສອງຄອນ, ທ່ານ ບຸນເລດ ຈັນທອງທິບ ຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ພາລີ ສີບຸນຍາ ຕາງໜ້າພະແນກສາທາລະນະສຸກແຂວງ, ມີບັນດາຫົວໜ້າ, ຄະນະຫ້ອງການອ້ອມຂ້າງເມືອງ, ພະນັກງານພາຍໃນໂຮງໝໍເມືອງ ແລະ ສາທາລະນະສຸກເຂົ້າຮ່ວມ.
ການມອບໃນຄັ້ງນີ້ ແມ່ນມອບເຄື່ອງຊ່ວຍເຫຼືອທາງການແພດຂອງໂຄງການ ແຊມາອຸນດົງ ປະເທດເກົາຫລີ ເຄື່ອງທີ່ນຳມາມອບປະກອບມີ: ເຄື່ອງກວດທ້ອງຄົນຖືພາ, ຈໍານວນ 2 ເຄື່ອງ ແລະ ເຄື່ອງກວດເລືອດ ຈໍານວນ 2 ເຄື່ອງ. ໃຫ້ກັບ 2 ສາທາລະນະສຸກຂອງເມືອງສອງຄອນ ຄື: ສຸກສາລາ ບ້ານນາສະລາ ແລະ ບ້ານລະຫານ້ຳ ມີມູນຄ່າລວມທັງໝົດ 191.600.000 ກີບ.
ໃນໂອກາດດັ່ງກ່າວ ທ່ານ ບຸນເລດ ຈັນທອງທິບ ໄດ້ກ່າວມອບເຄື່ອງຊ່ວຍເຫຼືອທາງການແພດ ຂອງໂຄງການ ແຊມາອຸນດົງ ປະເທດເກົາຫລີ ທີ່ມອບໃຫ້ກັບ 2 ສາທາລະນະສຸກຂອງເມືອງສອງຄອນ ແລະ ກ່າວຮັບໂດຍທ່ານ ພິມພານ ສີທອງຄຳ, ຮອງເຈົ້າເມືອງສອງຄອນ ແລະ ນອກຈາກນັ້ນ ກໍ່ຍັງໄດ້ມອບຂອງທີ່ລະລຶກ ເພື່ອເປັນຂອງຂັວນໃຫ້ແກ່ຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ຕາງໜ້າພະແນກສາທາລະນະສຸກແຂວງນຳອີກດ້ວຍ.
Editor: ເມືອງສອງຄອນ