ໃນວັນທີ 9 ພຶດສະພາ ຜ່ານມານີ້ ທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ຈັດພິທີຖະແຫຼງຂ່າວການປະກວດນາງສາວສຸຂະພາບດີ ໂດຍການຖະແຫຼງຂອງທ່ານ ສຸລິຍາ ແກ້ວພິລາວົງ, ຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ທ່ານ ນາງ ສີລິດາ ກັນລະຍານະຊາດ, ຜູ້ຕາງໜ້າບໍລິສັດ ຢູນີຊາມ ປະເທດໄທ ຈໍາກັດ, ມີບັນດາພະແນກອ້ອມຂ້າງກົມ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
ຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອຄັດເລືອກເອົາຊາວໜຸ່ມຍິງມີບຸກຄະລິກດີ ມີຄວາມສາມາດ ມາເປັນພີເຊັນເຕີ້ຂອງຜະລິດຕະພັນ ໂຊຟີ, ເພື່ອເປີດໂອກາດ ແລະ ທັງເປັນການສົ່ງເສີມໃຫ້ຊາວໜຸ່ມຍິງຜູ້ມີບຸກຄະລິກກະພາບໂດດເດັ່ນ ກ້າສະແດງອອກ ຮູ້ຈັກໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ຮຽນຮູ້ທີ່ຈະເຮັດກິດຈະກໍາຮ່ວມກັນເປັນໝູ່ຄະນະ, ເພື່ອເປັນການສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ເສີມໃຫ້ບັນດາຊາວໜຸ່ມຍິງ, ເພື່ອເຜີຍແຜ່ເອກະລັກດ້ານສິລະປະ, ວັດທະນະທໍາ, ການແຕ່ງກາຍຊຸດປະຈໍາຊາດທີ່ສວຍງາມຂອງແມ່ຍິງລາວຕໍ່ສັງຄົມ. ເພື່ອເປັນການຊຸກຍູ້ ແລະ ອົບຮົມໃຫ້ແມ່ຍິງລາວບັນດາເຜົ່າໄດ້ຮັບຮູ້ວິທີການຮັກສາສຸຂະພາບຈະເລີນພັນ ພ້ອມທັງເປີດໂອກາດ ໃຫ້ຍິງໜຸ່ມໄດ້ມີເວທີສະແດງອອກເຖິງຄວາມຮູ້ຄວາມສາມາດຕ່າງໆ.
ສ່ວນຄຸນສົມບັດຂອງຜູ້ເຂົ້າປະກວດ ແມ່ນເປັນເພດຍິງ ສັນຊາດລາວ ມີອາຍຸແຕ່ 15-20 ປີ ລວງສູງ 155 ຊັງຕີແມັດຂຶ້ນໄປ, ບໍ່ມີສັນຍາຜູກພັນກັບໜ່ວຍງານອື່ນທີ່ໃກ້ຄຽງໃນສາຍງານນາງແບບ ແລະ ການສະແດງ, ຕ້ອງເປັນໂສດ ບໍ່ເຄີຍຜ່ານການແຕ່ງງານ ແລະ ບໍ່ເຄີຍຖືພາມາກ່ອນແຕ່ຢ່າງໃດ, ຕ້ອງບໍ່ເຄີຍຖ່າຍຄິບໂປ້ເປືອຍ ຫຼື ແຜ່ພາບຜ່ານສື່ອີເລັກໂຕເນັກມາກ່ອນ, ຕ້ອງບໍ່ເຄີຍປະກອບອາຊີບ ຮັບງານພິເສດ ຫຼື ມີຄວາມປະພຶດຕົນ ອັນເປັນທີ່ລັງກຽດເຊື່ອມເສຍຕໍ່ຮີດຄອງປະເພນີອັນດີງາມຂອງສັງຄົມ, ການສະໝັກເຂົ້າປະກວດແມ່ນ ສະໝັກຟຣີ ຂຽນລາຍລະອຽດການສະໝັກພ້ອມໂຫລດຮູບຖ່າຍທີ່ຖ່າຍຄູ່ກັບສິນຄ້າ ໂຊຟີ ຢ່າງໃດຢ່າງໜຶ່ງ ແລະ ສົ່ງໄປທີ່ Facebook Sofy Lao ພ້ອມລາຍລະອຽດຂອງຕົນ ແລະ ຫຼັກຖານ ຄື: ບັດປະຈຳຕົວ ເພື່ອຢືນຍັນການສະໝັກເຂົ້າປະກວດ ແລະ ຜູ້ທີ່ສົ່ງລາຍອຽດຜ່ານທາງ Facebook ຈະມີສິດເຂົ້າຮັບການຄັດເລືອກກ່ອນ.
ສ່ວນການປະກວດໃນຮອບຊິງຊະນະເລີດແມ່ນຈະໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາ 2018 ທີ່ ວຽງຈັນເຊັນເຕີ້, ເຊິ່ງເປີດຮັບສະຮັກຕັ້ງແຕ່ມື້ 10-14 ພຶດສະພາ 2018 ສາມາດດາວໂຫລດໃບສະໝັກ ແລະ ຕິດຕາມລາຍລະອຽດໄດ້ທາງ Facebook Sofy Lao ແລະ ສາມາດຂໍໃບສະໝັກ ແລະ ສົ່ງໃບສະໝັກໄດ້ທີ່ ສູນກາງຊາວ ໜຸ່ມ ປະຊາຊົນ ປະຕິວັດລາວ.
Editor: ດາວໄຊ ສີວິໄລ