Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ມູນນິທິ Fred Hollows(ອົດສະຕາລີ) ມອບລົດ 2 ຄັນ ໃຫ້ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ(ທົ່ງປົ່ງ)

Details
Category: Health & Beauty
Hits: 9638

"ມູນນິທິ Fred Hollows(ອົດສະຕາລີ) ມອບລົດ 2 ຄັນໃຫ້ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ(ທົ່ງປົ່ງ)" 

ໃນຕອນບ່າຍວັນທີ 19 ສິງຫາ 2016 ທີ່ຜ່ານມາ ຢູ່ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ) ກະຊວງສາທາລະນະສຸກ ໄດ້ຈັດພິທີ ມອບ-ຮັບ ພາຫານະ ຈຳນວນ 2 ຄັນ ໂດຍການຊ່ວຍເຫລືອລ້າ ຈາກມູນນິທິ ເຟຣດໂຮໂລ Fred Hollows (ປະເທດອົດສະຕາລີ) ເພື່ອນຳໃຊ້ເຂົ້າໃນວຽກງານການປິ່ນປົວ ແລະ ຮັກສາສຸຂະພາບຕາ ສຳລັບບັນດາແຂວງພາກເຫນືອ ຂອງ ສປປ ລາວ. ເຊິ່ງໃນພິທີມອບ-ຮັບ ຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມເປັນປະທານ ມີ ທ່ານ ຮອງສາດສະດານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອນວິນລຽນ ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ, ເຂົ້າຮ່ວມ ມີທ່ານຜູ້ອຳນວຍການສູນ, ຫົວຫນ້າກົມ-ຮອງກົມ ແລະ ຊ່ຽວຊານປະຈຳສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ລວມເຖິງສື່ມວນຊົນເຂົ້າຮ່ວມ.

ໃນພິທີ ຄັ້ງນີ້, ທ່ານ ຈອນວິນລຽນ ເອກອັກຄະລັດຖະທູດ ແຫ່ງປະເທດອົດສະຕາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການສະຫນັບສະຫນູນຂອງອົດສະຕາລີຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາແມ່ນກວ້າງໃຫຍ່ ໃນຂອບການຊ່ວຍເຫລືອຂອງລັດຖະບານ ແລະ ບັນດາໂຄງການຕ່າງໆທີ່ມີມາ, ລວມທັງ ກອງທຶນຂອງ Fred Hollows ຫລື ມູນນິທິ ເຟຣດໂຮໂລ. ກອງທຶນດັ່ງກ່າວ ແມ່ນສາມາດທ້ອນໂຮມການບໍລິຈາກອັນໃຫຍ່ຫລວງຈາກ ປະຊາຊົນອົດສະຕາລີ ໃນການນຳມາຊ່ວຍເຫລືອປະເທດລາວ, ການເພີ່ມຄວາມຮູ້, ການສ້າງນັກຊ່ຽວຊານ ແລະ ການແກ້ໄຂບັນຫາຕົວຈິງຕ່າງໆ.

ທ່ານ ເອກອັກຄະລັດຖະທູດ ອົດສະຕາລີ ຍັງກ່າວຕື່ມວ່າ: ການຮ່ວມມື ລະຫວ່າງ ກອງທຶນ Fred Hollows ຈາກປະເທດອົດສະຕາລີ ກັບ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ກະຊວງສາທາລະນະສຸກ ແມ່ນໄດ້ມີການຮ່ວມມືກັນມາແຕ່ປີ 2008 ເປັນຕົ້ນມາ. ເຊິ່ງເປັນການຮ່ວມມືທີ່ມີເປົ້າຫມາຍ ໃນການສ້າງຄວາມເຂັ້ມແຂງແກ່ການປິ່ນປົວ ແລະ ປ້ອງກັນ ເພື່ອບໍ່ໃຫ້ມີພະຍາດຕາບອດ ເຊິ່ງເປັນອຸປະສັກ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະຢູ່ເຂດຊົນນະບົດ ທີ່ຫ່າງໄກ. ການມອບ-ຮັບ ພາຫານະ ຄັ້ງນີ້ ແມ່ນເປັນລົດກະບະ ຈຳນວນ 2 ຄັນ ເພື່ອນຳໃຊ້ເຂົ້າໃນການປະຕິບັດຫນ້າທີ່ວຽກງານການປິ່ນປົວ ແລະ ຮັກສາສຸຂະພາບຕາ ໃນບັນດາແຂວງພາກເຫນືອຂອງລາວ, ໂດຍມອບໃຫ້ກັບພະແນກ ສາທາລະນະສຸກແຂວງຫລວງພະບາງ ແລະ ແຂວງອຸດົມໄຊ.

ສຳລັບພາຫານະ ທີ່ມອບໃຫ້ພະແນກສາທາລະນະສຸກ ແຂວງ ຫລວງພະບາງ ແມ່ນຈະໄດ້ເຄື່ອນໄຫວວຽກງານໂຄງການເປີດກວ້າງຮັກສາສຸຂະພາບຕາ ແບບຍຶນຍົງ ໃນ 3 ແຂວງ ຄື: ແຂວງຫລວງພະບາງ, ໄຊຍະບູລີ ແລະ ແຂວງວຽງຈັນ. ສ່ວນພາຫານະ ທີ່ມອບໃຫ້ສາທາລະນະສຸກແຂວງອຸດົມໄຊ ແມ່ນຈະໄດ້ໃຊ້ເຄື່ອນໄຫວ ໂຄງການ ເປີດກວ້າງ ຮັກສາສຸຂະພາບຕາ ແບບຍືນຍົງ ໃນ ຈຳນວນ 4 ແຂວງ ເຊັ່ນ: ແຂວງອຸດົມໄຊ, ຫລວງນ້ຳທາ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ.

  • Click to enlarge image 01.png
  • Click to enlarge image 02.png
  • Click to enlarge image 03.png
  • Click to enlarge image 04.png
  • Click to enlarge image 05.png
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top