Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ເມືອງໄຊເສດຖາ ສ້າງຂະບວນການທຳລາຍແຫລ່ງເພາະພັນ ຍຸງລາຍ...

Details
Souphatta
Category: Health & Beauty
Hits: 8280

ຂະບວນການອະນາໄມ ແລະ ທຳລາຍແຫລ່ງເພາະພັນ ຫນອນນ້ຳຍຸງລາຍ ທີ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຈັດຂື້ນທີ່ ບ້ານແສງສະຫວ່າງ ໃນເຊົ້າວັນທີ 3 ສິງຫາ 2019 ນີ້, ໂດຍ ໂດຍໃຫ້ກຽດເຂົ້າຮ່ວມ ມີ ທ່ານ ສີຫຸນ ສິດທິລຶໄຊ  ຮອງເຈົ້າຄອງນະຄອນຫລວງວຽງຈັນ, ມີ ທ່ານ ຮອງສາດສະດາຈານ ດຣ, ພູທອນ ເມືອງປາກ  ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ທ່ານ ຖະຫນອມ ທຳທອງ ເຈົ້າເມືອງໄຊເສດຖາ, ມີບັນດາພະແນກ, ຫ້ອງການ ທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ, ກຸ່ມບ້ານ, ປກສ-ປກຊ, ອົງການຈັດຕັ້ງທຸກຂັ້ນພາຍໃນບ້ານ ແລະ ບ້ານໃກ້ຄຽງ ເຈົ້າຮ່ວມ 300 ກວ່າທ່ານ

ໃນພິທີກ່ອນການເປີດຂະບວນການ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານກ່ຽວກັບພະຍາດໄຂ້ຍຸງລາຍ ຈາກຄະນະຈັດຕັ້ງພິທີ ວ່າ: ພະຍາດໄຂ້ຍຸງລາຍແມ່ນພະຍາດຫນຶ່ງທີ່ສ້າງບັນຫາທາງດ້ານສາທາລະນະສຸກ ໃນຂົງເຂດອາຊີ-ປາຊີຟຣິກ, ນັບແຕ່ປີ 1950 ເປັນຕົ້ນມາ ເຖິງປະຈຸບັນ ມີປະມານ 100 ປະເທດທີ່ມີຄວາມສຽງຕໍ່ການເປັນພະຍາດໄຂ້ຍຸງລາຍ ແລະ 40 ສ່ວນຮ້ອຍ ຫລື 2,5 ຫາ 3 ຕື້ ຄົນ ມີຄວາມສ່ຽງຕໍ່ການເປັນພະຍາດໄຂ້ຍຸງລາຍ, ໃນແຕ່ລະປີ ຄາດວ່າ ປະມານ 50 ລ້ານ ກໍລະນີ ແລະ ເຂົ້າໂຮງຫມໍ ຫລາຍກວ່າ 5 ແສນກໍລະນີ ແລະ ໃນນັ້ນ ມີປະມານ 12 ພັນກວ່າຄົນ ແມ່ນເສຍຊີວິດ

ພະຍາດໄຂ້ຍຸງລາຍ ສ່ວນໃຫຍ່ມັກເກີດໃນບັນດາແຂວງທີ່ມີປະຊາກອນອາໃສນາແຫນ້ນ ຫລື ໃຈກາງເທດສະບານເມືອງ ແລ້ວເລີ່ມແຜ່ລາມອອກໄປສູ່ຊົນນະບົດ ແລ້ວເກີດມີແບບກະແຈກກະຈາຍ ຈາກເຂດທີ່ເຄີຍເກີດ ແຜ່ລາມໄປໃນເຂດທີ່ບໍ່ເຄີຍເກີດ, ສຳລັບ ສປປ ລາວ ການລະບາດຂອງພະຍາດໄຂ້ຍຸງລາຍ ເກີດຂື້ນ 2 ຄັ້ງ ຄື: ໃນປີ 1998 ແລະ ປີ 2013 ມີຄົນເຈັບຫລາຍໃນປີ 1998 ມີ 17,500 ກໍລະນີ, ປີ 2013 ມີ 44,250 ກໍລະນີ ແລະ ມີຜູ້ເສຍຊີວິດ 95 ຄົນ, ໃນນັ້ນ ນະຄອນຫລວງວຽງຈັນ ມີ 18,000 ກໍລະນີ, ເສຍຊີວິດ 27 ຄົນ, ມາໃນປີ 2019 ນີ້ ທົ່ວປະເທດມີຄົນເສຍຊີວີດ ແລ້ວ 43 ຄົນ ໃນນີ້ນະຄອນຫລວງ ມີຄົນເປັນໄຂ້ຍຸງລາຍ ສູງເປັນອັນດັບຫນຶ່ງ ມີ 4,315 ກໍລະນີ ( ຕົວລາຍລາຍງານສະສົມ ຮອດ 31 ກໍລະກົດ 2019 ) ມີຄົນເສຍຊີວິດ 11 ຄົນ, ຮອງລົງມາແມ່ນສະຫວັນນະເຂດ ມີ 3,305 ກໍລະນີ, ເສຍຊີວິດ 14 ຄົນ.

ສະເພາະໃນນະຄອນຫລວງວຽງຈັນ ເມືອງທີ່ມີຕົວເລກການລາຍງານສູງກວ່າຫມູ່ ແມ່ນເມືອງໄຊທານີ້, ຮອງລົງມາ ແມ່ນເມືອງໄຊເສດຖາ ແລະ ບັນດາເມືອງອື່ນໆ ກໍ່ມີການລະບາດເຊັ່ນດຽວກັນ. ດັ່ງນັ້ນ ການມີສ່ວນຮ່ວມໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການນຳໃຊ້ມາດຕະການທີ່ສຳຄັນໃນການຄວບຄຸມພະຍາດ ໂດຍການຫັນເອົາຊຸມຊົນເປັນກຸນແຈສຳຄັນໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ເຊັ່ນ: ການມີສ່ວນຮ່ວມຂອງບຸກຄົນ, ຄອບຄົວ ໃນການປະຕິບັດຫລັກການ 5 ປໍ ດ້ວຍຕົນເອງ, ເຊີ່ງຂະແຫນງການສາທາລະນະສຸກ ເປັນຜູ້ເຜີຍແຜ່ແນະນຳວິທີປະຕິບັດຕົວຈິງ ຕາກນັ້ນແຕ່ລະຄອບຄົວສຶບຕໍ່ປະຕິບັດດ້ວຍຕົນເອງ ເພາະວ່າຍຸງລາຍ ເກີດ ແລະ ແຜ່ພັນຢູ່ເຮືອນປະຊາຊົນ ສະນັ້ນຈີ່ງຮຽກຮ້ອງ ທຸກພາກສ່ວນ-ທຸກຂັ້ນ ພ້ອມກັນຖືເອົາວຽກງານດັ່ງກ່າວ ເປັນວຽກງານບູລິມະສິດອັນດັບ 1  ໂດຍຕິດພັນກັບການສ້າງຂະບວນການ ເພື່ອບໍ່ໃຫ້ມີຫນອນນ້ຳຍຸງລາຍ. ບໍ່ໃຫ້ມີຍຸງລາຍ, ບໍ່ໃຫ້ປະຊາຊົນ, ລຸກຫລານ ເປັນໄຂ້ຍຸງລາຍຂື້ນຕື່ມ.

 

 

 

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top