ຄືດັ່ງຮູ້ແລ້ວວ່າ ໃນແຕ່ລະປີ ນັກສຶກສາລາວຈົບຈາກມະຫາວິທະຍາໄລ, ວິທະຍາໄລ ແລະ ຖາບັນການສຶກສາຕ່າງໆ ໃນທົ່ວປະເທດ ນັບຫຼາຍພັນຄົນ, ໃນນັ້ນ ເກືອບ 80-90 ສ່ວນຮ້ອຍ ແມ່ນຮຽນຈົບສາຂາວິຊາທີ່ຕະຫຼາດແຮງງານ ມີຄວາມຕ້ອງການໜ້ອຍ ເປັນຕົ້ນ ເສດຖະກິດ: ບໍລິຫານການເງີນ-ທະນາຄານ, ເລຂານຸການ ແລະ ອື່ນໆ, ແຕ່ກົງກັນຂ້າງ ຂະແໜ່ງວິຊາອາຊີບທີ່ຕະຫຼາດແຮງງານມີຄວາມຕ້ອງການ ເປັນຈຳນວນຫຼາຍ ພັດບໍ່ມີຮອດ 10 ສ່ວນຮ້ອຍ ຈາກບັນຫາດັ່ງກ່າວ ເຮັດໃຫ້ໂຮງຈັກໂຮງງານ, ຫົວໜ່ວຍການຜະລິດ ແລະ ໂຄງການຂະໜາດໃຫຍ່ຫຼາຍແຫ່ງ ຍັງຜະເຊີນບັນຫາ ຂາດເຂີນແຮງງານພາຍໃນທີ່ມີສີມື ແລະ ຈຳເປັນຕ້ອງໄດ້ນຳເອົາແຮງງານຈາກຕ່າງປະເທດ ເຂົ້າມາເປັນຈຳນວນຫຼາຍ. ຂະນະດຽວກັນ ສະພາບໄພວ່າງງານຂອງຄົນໃນສັງຄົມກໍ່ເພີມຫຼາຍຂື້ນ, ຊຶ່ງບາງຈໍານວນຮຽນຈົບມາບໍ່ມີວຽກເຮັດງານທຳ ສັດເຊພະເນຈອນ ເຄື່ອນໄຫວທີ່ຜິດລະບຽບກົດໜາຍຕ່າງໆເກີດຂື້ນ ເຊັ່ນ: ຄ້າຂາຍຢາເສດຕິດ, ຂີ້ລັກງັດແງະ ແລະ ອື່ນໆ. ຫຼາຍຄົນໃຫ້ທັດສະນະວ່າ: ພວກເຮົາຕ້ອງຍອມຮັບການຊຸກຍູ້ໃຫ້ ນັກຮຽນ-ນັກສຶກສາ ໃຫ້ເຫັນຄວາມສຳຄັນ ແລະ ຫັນມາຮຽນວິຊາອາຊີບນີ້ ຍັງເປັນສິ່ງທີ່ທ້າທາຍສົມຄວນ, ຍ້ອນສັງຄົມສ່ວນໃຫຍ່ປູກຝັງແນວຄິດ ໃຫ້ລູກຫລານຮຽນສູງ ເພື່ອຈະໄດ້ເປັນເຈົ້າເປັນນາຍເພິ່ນ, ເຊິ່ງແນວຄິດນີ້ຍັງຝັງເລິກ ຍັງເຮັດໃຫ້ນັກຮຽນ-ນັກສຶກສາ ສ່ວນຫຼວງຫຼາຍຍັງໄຝ່ຝັນໄປກັບແນວຄິດດັ່ງກ່າວ. ບັນດາປະເທດທີ່ພັດນາ ແລະ ມີິຄວາມຈະເລີນກ້າວໜ້າທາງເທັກໂນໂລຊີ ການຮຽນວິຊາອາຊີບ ແມ່ນໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ເປັນຕົ້ນ: ການກໍ່ສ້າງ, ສ້ອມແປງຍານຍົນ, ຊ່າງເຊື່ອມຈອດໂລຫະ, ຕັດຫຍິບ, ໄຟຟ້າ, ພະລັງງານ ແລະ ອື່ນໆ ເນື່ອງຈາກມັນເຮັດໃຫ້ການຊອກຫາວຽກເຮັດງານທຳໄດ້ງ່າຍ ແລະ ກ້າວເຂົ້າໄປສູ່ຜູ້ປະກອບການ ຫຼື ເຈົ້າຂອງກິດຈະການດ້ວຍຕົນເອງໄດ້. ປັດຈຸບັນມີຄົນຈຳນວນບໍ່ໜ້ວຍ ທີ່ຮຽນຈົບດ້ານບໍລິຫານລະດັບຊັ້ນສູງ, ປະລິຍາຕີ ຕ້ອງເຮັດວຽກເປັນກຳມະກອນໃນໂຮງຈັກໂຮງງານ, ເປັນພະນັກງານປ້ຳນ້ຳມັັນ, ຮ້ານຊຸບເປີມາເກັດ, ເສີບອາຫານ ແລະ ອື່ນໆ ທັງໆທີ່ວຽກເຫລົ່ານີ້ ຜູ້ມີການສຶກສາຕໍ່າກໍ່ສາມາດເຮັດໄດ້. ແນວໃດກໍ່ຕາມ, ປັດຈຸບັນໂຮງຮຽນສາມັນໃນທົ່ວປະເທດ ພວມກະກຽມໃສ່ບັ້ນສອບເສັງຈົບຊັ້ນ, ສະນັ້ນ ຜູ້ທີ່ຮຽນຈົບມັດທະຍົມປາຍ ກໍ່ຈະໄດ້ໄປຮໍ່າຮຽນຕໍ່ໃນລະດັບອາຊີວະ, ນັ້ນກໍ່ຄວນຄຳນຶງເຖິງການມີວຽກເຮັດງານທຳ ທີ່ດີ ເພື່ອພັດທະນາຕົນເອງໄດ້ດີຂື້ນ.
ຂອບໃຈຂໍ້ມູນຈາກ: ຫນັງສືພິມລາວພັດທະນາ.
Editor: ຕະວັນ ແສງສະຫວັນ