ຊົມເຊີຍເຈົ້າໜ້າທີ່ແຂວງອັດຕະປື ປະຕິບັດຄຳສັ່ງເລກທີ 15 ເຂັ້ມງວດ, ຕາມການໃຫ້ຂໍ້ມູນຂອງ ຜູ້ຮັບຜິດຊອບສາຍກວດເຄື່ອນທີ່ ຄະນະແກ້ໄຂຄວາມບໍ່ສະຫງົບຊາຍແດນແຈ້ງໃຫ້ຮູ້ວ່າ ໃນວັນທີ 28 / 6 /2017 ໄດ້ມີພົນລະເມືອງດີແຈ້ງມາຍັງສາຍກວດວ່າ: ຈະມີການເຄື່ອນຍ້າຍໄມ້ຜິດກົດໝາຍ ຈາກເມືອງຊານໄຊ ຫາ ເມືອງໄຊເສດຖາ ດັ່ງນັ້ນຄະນະຮັບຜິດຊອບສາຍກວດ ຈື່ງໄດ້ແຕ່ງຕັ້ງ ວິຊາການສົມທົບກັບພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວສະກັດເສັ້ນທາງດັ່ງກ່າວ ແລະ ມາຮອດເວລາ 21 ໂມງ 30 ນາທີ ໄດ້ພົບເຫັນລົດເປົ້າໝາຍ ເຊິ່ງເປັນ ລົດຮຸນໄດ ສີຂາວ ທະບຽນ ກກ 3433 ແລ່ນມາຈາກ ເມືອງຊານໄຊ ມຸ້ງໜ້າໄປບ້ານຫາດຊາຍຂາວ, ເມືອງໄຊເສດຖາ, ທາງເຈົ້າໜ້າທີ່ຈຶ່ງໄດ້ສັ່ງຢຸດລົດຄັນດັ່ງກ່າວ ບໍລິເວນນາໂພນຕານ ແລະ ໄດ້ພ້ອມກັນກວດກາ ໂດຍພົບເຫັນຂອງກາງ ເປັນໄມ້ຕັບ ຄ້າຍຄືໄມ້ດູ ແລະ ໄມ້ປ່າດົງ ຈຳນວນ ປະມານ 2.000 kg (ບໍ່ມີເອກະສານ) ທາງເຈົ້າໜ້າທີ່ຈື່ງໄດ້ນຳເອົາລົດຄັນດັ່ງກ່າວພ້ອມໄມ້ ໄປໄວ້ທີ່ກອງກວດກາປ່າໄມ້ແຂວງ ພ້ອມທັງສ້າງບົດບັນທືກ ແລະ ຈະດຳເນີນຄະດີຕາມລະບຽກົດ ໝາຍ.
Editor: ກຳປານາດ ລັດຖະເຮົ້າ