ໃນວັນທີ 4 ກັນຍາ 2018 ຜ່ານມາ, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນຫຼວງວຽງຈັນ ໄດ້ນຳກຳລັງເຈົ້າໜ້າທີ່ເຂົ້າກວດຄົ້ນເຮືອນຜູ້ຖືກສົງໄສ ບ້ານນາກຸງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ພົບຢາເສບຕິດ ປະເພດຢາໄອສ໌ ຈຳນວນ 199 ຖົງ, ໜັກ 199 ກິໂລກຼາມ ພ້ອມກັກຕົວຜູ້ຖືກຫາໄດ້ 4 ຄົນ.
ພັນໂທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ຕິ ອາຍຸ 40 ປີ ແລະ ນາງ ເມດຕາ ອາຍຸ 41 ປີ (ຜົວ-ເມຍ) ຢູ່ບ້ານນາກຸງ ເມືອງປາກງື່ມ ເຈົ້າຂອງເຮືອນ, ທ້າວ ລັດດາ ອາຍຸ 25 ປີ ແລະ ທ້າວ ບຸນຕ້ອມ ອາຍຸ 30 ປີ ເປັນຄົນບ້ານດຽວກັນ; ຜ່ານການກວດຄົ້ນເຮືອນດັ່ງກ່າວ ພົບຢາໄອສ໌ຈຳນວນ 199 ຖົງ ບັນຈຸໃສ່ເປົາ ຈຳນວນ 8 ເປົາ ທີ່ຢູ່ໃນການຄອບຄອງຂອງຜູ້ຕ້ອງຫາທັງ 4 ຄົນ.
ຜ່ານການສອບສວນ ພວກກ່ຽວສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວ ແມ່ນໄດ້ສັ່ງຊື້ຈາກຄົນຮູ້ຈັກທີ່ເປັນຄົນຕ່າງປະເທດ ແລ້ວມີຜູ້ຊາຍອີກຄົນໜຶ່ງເອົາມາສົ່ງໃຫ້ຢູ່ເຮືອນ ເພື່ອຈະເອົາໄປຂາຍຕໍ່ໃຫ້ຜູ້ສັ່ງຊື້້ຢູ່ປະເທດທີ່ສາມ. ຄະດີດັ່ງກ່າວ ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ພວມດໍາເນີນການສືບສວນ-ສອບສວນຂະຫຍາຍຜົນ ຫາທີ່ມາຂອງຢາດັ່ງກ່າວ ເພື່ອຕິດຕາມກັກຕົວຜູ້ຖືກຊັດທອດໄປດຳເນີນຄະດີ.
Editor: ກຳປານາດ ລັດຖະເຮົ້າ