ເຖິງວ່າສົງຄາມຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ທີ່ມີຕໍ່ຊາດລາວເຮົາ ຈະໄດ້ສິ້ນສຸດລົງ ເປັນເວລາ 40 ກວ່າປີ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍແລ້ວກໍຕາມ, ແຕ່ວ່າຈົນມາຮອດປັດຈຸບັນ ປະເທດເຮົາ ກໍຍັງເປັນປະເທດໜຶ່ງ ໃນບັນດາປະເທດ ທີ່ຖືກຜົນກະທົບ ຈາກລູກລະເບີດ ບໍ່ທັນແຕກ ຮ້າຍແຮງກວ່າໝູ່ໃນໂລກ.ການຕົກຄ້າງຂອງລະເບີດບໍ່ທັນແຕກໃນປະເທດເຮົາ ປະກອບດ້ວຍບົມໃຫຍ່, ຈະຫລວດ, ໝາກແຕກ,ລູກປືນໃຫຍ່, ລູກປືນຄົກ, ລະເບີດຝັງດິນ ແລະ ລະເບີດລູກຫວ່ານ ເຊິ່ງ 25% ຂອງ 10.000 ກວ່າບ້ານ ໃນທົ່ວປະເທດ ຍັງເປັນພື້ນທີ່ອັນຕະລາຍ ເພາະຍັງມີ ຄວາມສ່ຽງຕໍ່ການຕົກຄ້າງຂອງບັນດາອາວຸດເສດເຫລືອ ຈາກປາງສົງຄາມ. ຕະຫລອດໄລຍະ 9 ປີ (1964-1973) ທີ່ເກີດເສິກສົງຄາມທຳລາຍນັ້ນ ໄດ້ມີລະເບີດລູກຫວ່ານກວ່າ 270 ລ້ານໜ່ວຍ ຖືກຖິ້ມລົງໃສ່ຜືນແຜ່ນ ດິນຂອງ ສປປ ລາວ ຈົນສາມາດຄາດໄວ້ວ່າປະມານ 80 ລ້ານກວ່າໜ່ວຍຍັງບໍ່ທັນແຕກ ແລະ ຕົກຄ້າງຢູ່ໃນສະພາບທີ່ສາມາດລະເບີດຂຶ້ນໄດ້ ແລະ ຍັງຢັ່ງຢາຍ ຊະຊາຍໃນທົ່ວປະເທດນອກນັ້ນ, ຍັງມີບົມບີ້ໃຫຍ່ ຫລາຍກວ່າ 4 ລ້ານໜ່ວຍ ທີ່ຖືກຖິ້ມລົງໃນສະໜາມຮົບອັນກວ້າງໃຫຍ່ ແລະ ຍັງບໍ່ທັນແຕກ ໄດ້ຖືກເຊື່ອງຊ້ອນ ຢູ່ຕາມພູມລຳເນົາຕ່າງໆ ກໍຄືບາງພື້ນທີ່ຂອງປະເທດ ທີ່ ປະຊາຊົນລາວບັນດາເຜົ່າອາໄສ ເຮັດການຜະລິດກະສິກຳ ແລະ ໃຊ້ທຳມາຫາກິນລ້ຽງຊີບ, ເຮັດໃຫ້ມີຄວາມສ່ຽງ ຕໍ່ຊີວິດ ແລະ ຖ່ວງດຶງການພັດທະນາ ທັງເປັນອຸປະສັກກີດຂວາງຕໍ່ການ ກໍ່ສ້າງພື້ນຖານໂຄງລ່າງການພັດທະນາ ເສດຖະກິດຂອງຊາດ. ດັ່ງນັ້ນ, ບັນຫາລະເບີດບໍ່ທັນແຕກ ຈຶ່ງກາຍເປັນສິ່ງສຳຄັນ ຫລາຍສຳລັບປະເທດເຮົາ ໃນການຫາວິທີທາງ ເພື່ອຮັບປະກັນການເກັບກູ້ລະເບີດອອກຈາກພື້ນທີ່ການຜະລິດກະສິກຳ ຂອງປະຊາຊົນ ໃຫ້ສຳເລັດກ່ອນ ປີ 2020.ຕໍ່ໜ້າສະພາບການດັ່ງກ່າວ, ພັກ-ລັດຖະບານເຮົາ ຍາມໃດກໍເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ແກ້ໄຂ ບັນຫາດັ່ງກ່າວຢ່າງຈິງຈັງ ເຊິ່ງໄດ້ລະບຸ ໄວ້ 1 ໃນ 9 ເປົ້າໝາຍ ສະຫັດສະວັດ ດ້ານການພັດທະນາ ຫລື MDGsໃນປີ 2015 ຂອງພັກລັດຖະບານເຮົາ. ໃນໄລຍະທີ່ຜ່ານມາ, ລັດຖະບານເຮົາ ກໍໄດ້ສ້າງຕັ້ງຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຂຶ້ນ ໃນປີ 2004 ໂດຍມີຈຸດປະສົງເພື່ອຄຸ້ມຄອງມະຫາພາກ, ຕິດຕາມກວດກາການຈັດຕັ້ງປະຕິບັດ ວຽກງານຂອງອົງການເກັບກູ້ລະເບີດ ບໍ່ທັນແຕກມະນຸດສະທຳຂອງຕ່າງປະເທດ, ບັນດາບໍລິສັດເກັບກູ້ລະເບີດບໍ່ທັນແຕກຂອງລາວ. ໂຄງການເກັບກູ້ລະເບີດ ແຫ່ງຊາດລາວ ໄດ້ອະນຸຍາດໃຫ້ມີອົງການເກັບກູ້ລະເບີດບໍ່ທັນແຕກມະນຸດສະທຳຂອງສາກົນ (ໄອເອນຈີໂອ) 5 ອົງການຄື: ອົງການແມັກ ຂອງອັງກິດ ເຮັດວຽກຢູ່ ແຂວງຊຽງຂວາງ ແລະ ຄຳມ່ວນ; ອົງການສາກົນ ເພື່ອຄົນພິການ ເຮັດວຽກຢູ່ແຂວງສະຫວັນນະເຂດ; ອົງການຊ່ວຍເຫລືອລ້າຂອງປະຊາຊົນນ໋ອກແວ ເຮັດວຽກຢູ່ແຂວງສະລະວັນ, ເຊກອງ ແລະ ອັດຕະປື ແລະ ອົງການເຮໂລທັດ ອັງກິດ ເຮັດວຽກຢູ່ ສະຫວັນນະເຂດ. ບັນດາອົງການເກັບກູ້ລະເບີດບໍ່ທັນແຕກມະນຸດສະທຳເຫລົ່ານີ້ ໄດ້ເກັບກູ້ລະເບີດບໍ່ທັນແຕກ ໃນເຂດທຳມາຫາກິນຂອງປະຊາຊົນລາວ ບັນດາເຜົ່າ ແລະ ໂຄງການພັດທະນາຕ່າງໆທີ່ຂຶ້ນກັບຄວາມຮັບຜິດຊອບຕົນ ໂດຍບໍ່ຫວັງຜົນກຳໄລ ເຊິ່ງໄດ້ປຸກລະດົມ ທຶນຮອນ ຈາກຕ່າງປະເທດເຂົ້າໃນການແກ້ບັນຫາລະເບີດບໍ່ທັນແຕກ ເຊິ່ງກ່ອນປີ 2010 ໄດ້ປີລະ 9 ລ້ານໂດລາສະຫະລັດອາເມລິກາ, ປີ 2010-2013 ໄດ້ປີລະ 35 ລ້ານໂດລາສະຫະລັດ ຄາດວ່າປີ 2014 ຈະໄດ້ປະມານ 36 ລ້ານໂດລາສະຫາລັດ. ທຶນດັ່ງກ່າວເຂົ້າສູ້ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ປະເທດເຮົາ ໂດຍຜ່ານສາມທາງຄື: ກອງທຶນຊ່ວຍເຫລືອລ້າຂອງສະຫາປະຊາຊາດ, ກອງທຶນຮ່ວມມືສອງຝ່າຍ ແລະ ກອງທຶນອົງການເກັບກູ້ລະເບີດບໍ່ທັນແຕກສາກົນ (ໄອເອນຈີ່ໂອ) ກໍໄດ້ດຳເນີນກິດຈະກຳ ໂຄສະນາຄວາມສ່ຽງ ຈາກລະເບີດບໍ່ທັນແຕກ ໃນ 9 ແຂວງ ເພື່ອເຕືອນສະຕິ ໃຫ້ປະຊາຊົນລາວບັນດາເຜົ່າ ທີ່ດຳລົງຊີວິດຢູ່ໃນພື້ນທີ່ ທີ່ມີລະເບີດ ບໍ່ທັນແຕກຕົກຄ້າງ, ຮັບຮູ້ຄວາມອັນຕະລາຍ ແລະ ປ່ຽນພຶດຕິກຳ ທີ່ມີ ຄວາມສ່ຽງຂອງກຸ່ມເປົ້າໝາຍ.
Editor: ຕະວັນ ແສງສະຫວັນ