ບຸນກຸດຈີນ ຫລື ບຸນປີໃໝ່ຈີນ ຕົກຢູ່ວັນອອກໃຫມ່ 1 ຄໍ່າ, ເດືອນຈຽງ ຈັນທະຄະຕິຈີນ, ແມ່ນບຸນປີໃໝ່ທາງຈັກທະຄະຕິຂອງຈີນ, ເຊິ່ງເປັນບຸນທີ່ສໍາຄັນ ແລະ ຄຶກຄື້ນຟົດຟື້ນທີ່ສຸດໃນບຸນປະເພນີຂອງຈີນ. ເນື່ອງຈາກວ່າ ບຸນກຸດຈີນ ຕົກຢູ່ທ້າຍລະດູໜາວຕົ້ນລະດູບານໃໝ່, ສະນັ້ນ, ຄົນຈີນຈຶ່ງເອີ້ນບຸນນີ້ວ່າ: “ ຊຸ່ນເຈຍ” ແປວ່າ: ບຸນລະດູບານໃໝ່ ແລະ ພາສາລາວເອີ້ນວ່າ: ບຸນກຸດຈີນ. ໃນການຫຼິ້ນບຸນກຸດຈີນ ຂອງຄົນຈີນ ມີປະເພນີ ທີ່ເປັນມູນເຊື້ອຫຼາຍອັນ. ເລີ່ມແຕ່ແຮມ 8 ຄໍ່າ, ເດືອນ 12 , ຄົນຈີນ ກໍ່ເລີີ່ມກຽມຫຼິ້ນບຸນແລ້ວ, ໃນໄລຍະນີ້ທຸກໆຄອບຄົວຈະອະນາໄມໃນເຮືອນ, ຊື້ເຄື່ອງຂອງ, ຕິດເຈ້ຍຕັດໃສ່ປ່ອງຢ້ຽມ, ຕິດຮູບແຕ້ມສະຫຼອງປີໃໝ່, ຂຽນຄະຕິຄູ່, ເຮັດເຂົ້າໝົມ “ ນຽນກ່າວ” , ເຮັດອາຫານອື່ນໆກຽມເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່
ຄືນກ່ອນວັນຂຶ້ນປີໃໝ່ເຊິ່ງຄືວັນສຸດທ້າຍປີເກົ່າເຊິ່ງເອີ້ນວ່າ: “ ຊູຊີ່ ” ( ຄ້າຍຄືວັນສິ້ນປີເກົ່າຂອງລາວ ) , ແມ່ນຍາມທີ່ຄົນໃນຄອບຄົວເຕົ້າໂຮມກັນກິນເຂົ້າຄໍ່າ ທີ່ມີອາຫານອຸດົມສົມບູນ ແລະ ເວົ້າລົມຍິ້ມຫົວ-ມ່ວນນໍາກັນຈົນຊອດແຈ້ງ, ນີ້ເອີ້ນວ່າ: “ ຮັກສາປີ ” , ເມື່ອສຽງລະຄັງຂອງປີໃໝ່ດັງຂຶ້ນ,ຄົນຈີນຍັງກິນ “ ກ້ຽວ ”. ໃນສະໄໝບູຮານ, ຄົນຈີນເອີ້ນໄລຍະແຕ່ 23 ໂມງຮອດ 1 ໂມງເປັນ “ ຈືຊື ” , 24 ໂມງເອີ້ນວ່າ “ ຈື່ເຈີ້ງ ” , “ ຈືເຈີ້ງ ”, ຂອງວັນສົ່ງທ້າຍປີເກ່ົາພໍດີແມ່ນເວລາ ທີ່ປີໃໝ່ມາຮອດ ຄົນຈີນກິນກ້ຽວ ໃນເວລານີ້ແມ່ນມີຄວາມໝາຍວ່າ ປ່ຽນປີໃໝ່. ນີ້ກໍແມ່ນຄວາມເປັນມາຂອງຊື່ “ ກ້ຽວ” ເມື່ອວັນສິ້ນປີຜ່ານໄປແລ້ວ ກໍແມ່ນມື້ແຮມ 1 ຄໍ່າ ເດືອນຈຽງ, ເລີ່ມແຕ່ມື້ນີ້ເປັນຕົ້ນໄປຄົນຈີນຈະໄປຢາມຍາດພີ່ນ້ອງ, ເພື່ອນມິດ ແລະ ອວຍພອນປີໃໝ່ເຊິ່ງກັນ ແລະ ກັນ ການອວຍພອນປີໃໝ່ແມ່ນປະເພນີສໍາຄັນໃນບຸນກຸດຈີນ. ໃນເວລາອວຍພອນປີໃໝ່, ຄົນທັງຫຼາຍອວຍພອນໃຫ້ມີຄວາມສຸກ ສຸກຂະພາບແຂງແຮງ ແລະ ປະໂຫຍກຄໍາເວົ້າທີ່ເປັນມຸງຄົນ
Editor: ກຳປານາດ ລັດຖະເຮົ້າ