ງານວາງສະແດງສິນຄ້າ ລາວ-ຫວຽດນາມ ຄັ້ງທີິ 11 ປະຈໍາປີ 2018 ໄດ້ເປີດຂື້ນໃນລະຫວ່າງ ວັນທີ 28 ມີຖຸນາ ຫາ ວັນທີ 2 ກໍລະກົດ 2018 ທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫລວງວຽງຈັນ. ເຊີ່ງມີຫ້ອງວາງສະແດງທັງໝົດ ຈໍານວນ 320 ຫ້ອງວາງສະແດງ ໃນນັ້ນຫົວຫນ່ວຍທຸລະກິດ ຈາກ ປະເທດຫວຽດນາມ ຈໍານວນ 120 ຫ້ອງ. ກ່ອນຫນ້ານີ້ ທ່ານ ໄຊສົມເພັດ ນໍລະສິງ ຮັກສາການຫົວຫນ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວວ່າ: ງານຄັງນີ້ ຈັດຂື້ນໂດຍ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ຮ່ວມກັບ ກົມເສດຖະກິດ ກະຊວງປ້ອງກັນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂດຍສົມທົບກັບກະຊວງປ້ອງກັນປະເທດ ຂອງ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ.
ການວາງສະແດງສິນຄ້າ ລາວ-ຫວຽດນາມ ຄັ້ງນີ້ ແມ່ນເປັນຄັ້ງທີ 11 ປະຈໍາປີ 2018 ເຊີ່ງເລີ່ມຂາຍ ນັບແຕ່ວັນທີ 28 ມີຖຸນາ ໄປຈົນເຖິງ ວັນທີ 2 ກໍລະກົດ 2018, ທີ່ສູນການຄ້າລາວ-ໄອເຕັກ ( ຕຶກເກົ່າ) ນະຄອນຫລວງວຽງຈັນ, ງານດັ່ງກ່າວ ມີຈຸດປະສົງເພື່ອເປັນການສຶບຕໍ່ຜັນຂະຫຍາຍການຮ່ວມມື, ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ປະຊາຊົນ 2 ຊາດ ລາວ-ຫວຽດນາມ ແລະ ຍັງເປັນການເພີ່ມທະວີສາຍພົວພັນດ້ານການຄ້າ ລາວ-ຫວຽດນາມ ໃຫ້ນັບມື້ນັບກວ້າງຂວາງຂື້ນ, ເປັນການເປີດໂອກາດໃນການແລກປ່ຽນບົດຮຽນ ແລະ ແນະນໍາຄຸນະພາບຂອງສິນຄ້າ ເຊີ່ງກັນ ແລະ ກັນ. ສິນຄ້າສ່ວນໃຫຍ່ ແມ່ນປະເພດ ອຸປະໂພກ, ບໍລິໂພກ, ຫັດຖະກໍາເສື້ອຜ້າ, ເຄື່ອງຊົມໃຊ້ໄຟຟ້າ, ເຄື່ອງປະດັບ ແລະ ອື່ນໆ ທັງລາວ ແລະ ຫວຽດນາມ
Editor: ກຳປານາດ ລັດຖະເຮົ້າ