ຄ່າທຳນຽມທາງປະຈຳປີເປັນພັນທະທີ່ເຈົ້າຂອງຍານພາຫະນະທີ່ໃຊ້ເຄື່ອງຈັກທຸກປະເພດຢູ່ໃນລາວຕ້ອງໄດ້ຈ່າຍ ເຊິ່ງແຕ່ລະປະເພດກໍ່ຈະໄດ້ຈ່າຍໃນອັດຕາທີ່ແຕກຕ່າງກັນ. ທັງນີ້, ຖ້າຫາກຈ່າຍບໍ່ທັນຕາມກຳນົດເວລາກໍຈະຖືກປັບໃໝຕາມອັດຕາທີ່ກະຊວງການເງິນວາງອອກ. ສຳລັບການຈ່າຍຄ່າທຳນຽມທາງປະຈຳປີ 2018 ແມ່ນເປີດໃຫ້ຈ່າຍມາຕັ້ງແຕ່ຕົ້ນປີແລ້ວ, ສ່ວນກຳນົດເວລາທີ່ສາມາດຈ່າຍຊ້າສຸດແມ່ນກ່ອນວັນທີ 1 ກໍລະກົດ 2018 ນີ້
ອີງຕາມລັດຖະບັນຍັດເລກທີ 001/ປປທ ວ່າດ້ວຍຄ່າທຳນຽມ ທາງ ລົງວັນທີ 20 ກັນຍາ 2017 ລະບຸໄວ້ວ່າ ປະເພດລົດຂ້າງລຸ່ມນີ້ຕ້ອງເສຍຄ່າທຳນຽມທາງ:
• ລົດຈັກສອງລໍ້, ລົດຈັກສາມລໍ້.
• ລົດຂົນສົ່ງຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່.
• ລົດເກັງ, ລົດຈິບ, ລົດຕູ້, ລົດກະບະ (ທັງນຳໃຊ້ສ່ວນຕົວ ແລະ ໂດຍສານ)
• ລົດໂດຍສານເຊັ່ນ: ລົດເມ, ລົດສອງແຖວ, ລົດຕູ້, ລົດຕຸກໆ, ລົດຈຳໂບ້.
• ລົດນໍເຂົ້າຊົ່ວຄາວເພື່ອຮັບໃຊ້ໂຄງການ ແລະ ມີກຳນົດເວລາເຊິ່ງໄດ້ຮັບອະນຸຍາດການຂຶ້ນທະບຽນໂດຍຂະແໜງໂຍທາທິການ ແລະ ຂົນສົ່ງ
ສ່ວນ ປະເພດລົດທີ່ໄດ້ຮັບການຍົກເວັ້ນ ບໍ່ໄດ້ເສຍຄ່າທຳນຽມທາງ ໄດ້ແກ່
• ລົດທີ່ຮັບໃຊ້ວຽກງານວິຊາສະເພາະຂອງອົງການຈັດຕັ້ງບໍລິຫານລັດ-ວິຊາການ (ປ້າຍຟ້າ).
• ລົດຮັບໃຊ້ສະມາຄົມ, ມູນນິທິ ທີ່ເຄື່ອນໄຫວຮັບໃຊ້ວຽກງານຊ່ວຍເຫຼືອສັງຄົມ ເຊິ່ງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ລົດກູ້ໄພ.
• ລົດຮັບ-ສົ່ງຄົນເຈັບຂອງໂຮງໝໍ, ລົດດັບເພີງ, ລົດຖ່າຍທອດວິທະຍຸ ແລະ ໂທລະພາບ ແລະ ລົດຮັບໃຊ້ລວມຂອງສູນເສຍອົງຄະ.
• ລົດຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໂດຍກົງ (ປ້າຍແດງ).
• ລົດກົນຈັກໜັກເຊັ່ນ: ລົດຕັກ, ລົດດຸດ, ລົດກວາດ, ລົດຍົກ ລົດໂລ ແລະ ລົດຂົນສົ່ງພາກສະະໜາມ ໃນໂຄງການກໍ່ສ້າງ ເປັນຕົ້ນ.
• ລົດຂອງສະຖານທູດ, ສະຖານກົງສຸນ, ອົງການຈັດຕັ້ງຕ່າງປະເທດ ທີ່ປະຈຳຢູ່ ສປປ ລາວ.
• ຍານພາຫະນະຮັບໃຊ້ຜູ້ເສຍອົງຄະ ແລະ ຄົນພິການໂດຍສະເພາະ.
ສະນັ້ນ, ຖ້າຫາກທ່ານໃດທີ່ຍັງບໍ່ທັນຈ່າຍກໍ່ຄວນຮີບຮ້ອນໄປຈ່າຍໃຫ້ທັນຕາມເວລາ ບໍ່ດັ່ງນັ້ນອາດຖືກມາດຕະການປັບໃໝ 0.1% ຂອງມູນຄ່າ. ຫຼາຍທ່ານອາດຄິດວ່າ 0.1% ບໍ່ຫຼາຍດອກໜ້ອຍດຽວໜຶ່ງ, ແຕ່ອັດຕາປັບໃໝທີ່ກ່າວມານັ້ນ ແມ່ນໄລ່ເປັນມື້.
Editor: ກຳປານາດ ລັດຖະເຮົ້າ