ວັນທີ 12 ກໍລະກົດ 2018 ມວນຊົນຊາວຫຼວງພະບາງ ໄດ້ພາກັນຕື່ນແຕ່ເຊົ້າ ມາເຕົ້າໂຮມຢູ່ທີ່ ອານຸສາວະລີ ປະທານສຸພານຸວົງ ຜູ້ນໍາເຄົາລົບຮັກຂອງປວງຊົນລາວ ໂດຍສະເພາະແມ່ນຊາວຫຼວງພະບາງ ເພື່ອຮ່ວມກັນໃສ່ບາດ ທໍາບຸນອຸທິດສ່ວນກຸສົນ ໄປເຖິງດວງວິນຍານ ໃຫ້ແກ່ຜູ້ນໍາທີ່ເສຍສະຫຼະ ເລືອດເນື້ອ ເພື່ອປະເທດຊາດ ໂດຍສະເພາະກໍ່ແມ່ນ ປະທານ ສຸພານຸວົງ ໃນວັນຄ້າຍວັນເກີດຄົບຮອບ 109 ປີ (13/7/1909-13/7/2018) ໄດ້ໝູນວຽນມາອີກເທື່ອໜຶ່ງ. ປະທານມີນ້ຳໃຈຮັກຊາດ ອັນແຮງກ້າ ຍອມເສຍສະຫຼະເລືອດເນື້ອ ເພື່ອຊາດດ້ວຍການຕໍ່ສູ້ກັບສັດຕູ ເຮັດໃຫ້ໄດ້ຮັບໄຊຊະນະ ປົດປ່ອຍປະເທດຊາດ ແລະ ປະກາດເອກະລາດ ພ້ອມທັງສະຖາປະນາປະເທດລາວ ເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສົມບູນ ໃນວັນທີ 2 ທັນວາ 1975 .
ເຂົ້າຮ່ວມໃສ່ບາດໃນຄັ້ງນີ້ມີ ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງພະບາງ, ມີຄະນະປະຈໍາພັກແຂວງ, ປະທານສະພາປະຊາຊົນແຂວງ, ພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານ ຕະຫຼອດຮອດມວນຊົນຊາວພຸດນະຄອນຫຼວງພະບາງ ເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ອອກຮັບບິນທະບາດໂດຍແມ່ນ ສາທຸໃຫຍ່ ອ່ອນແກ້ວ ກິດຕິພັດໂທ ກໍາມະການສູນກາງ ອົງການສາສະໜາສໍາພັນລາວ, ປະທານອົງການສາສະໜາສໍາພັນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະສົງ ແລະ ສໍາມະເນນທັງໝົດ 109 ອົງ
Editor: ກຳປານາດ ລັດຖະເຮົ້າ