ໃນວັນທີ 5 ກໍລະກົດ ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງຫ້ອງວ່າການປົກຄອງເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ຄະນະກຳມະການຄຸ້ມຄອງ-ກວດກາທຸລະກິດການບໍລິການ ດ້ານການທ່ອງທ່ຽວ ແລະ ວັດທະນະທໍາ ພາຍໃນເມືອງ ໂດຍການເຂົ້າຮ່ວມຂອງທ່ານ ພຸດທະວົງ ພົມມະຈັກ, ຮອງເຈົ້າເມືອງໆສອງຄອນ ພ້ອມທັງ ຮັບຜິດຊອບຂົງເຂດວຽກງານວັດທະນະທໍາ-ສັງຄົມ ແລະ ເປັນປະທານຄະນະກຳມະການຄຸ້ມຄອງ-ກວດກາທຸລະກິດບໍລິການດ້ານການທ່ອງທ່ຽວ ແລະ ວັດທະນະທຳຂັ້ນເມືອງ, ມີບັນດາຫົວ ໜ້າຫ້ອງການ, ຄະນະຫ້ອງການ, ປະທານກຸ່ມບ້ານ, ຄະນະກໍາມະການແຕ່ລະພາກສ່ວນເຂົ້າຮ່ວມ.
ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ-ເມືອງສອງຄອນ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຄຸ້ມຄອງ-ກວດກາທຸລະກິດບໍລິການດ້ານການທ່ອງທ່ຽວ ແລະ ວັດທະນະທຳພາຍໃນເມືອງສອງຄອນ ສະບັບເລກທີ 181/ຈມ.ສຄ ລົງວັນທີ 27 ມີນາ 2018 ແລະ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານທຸລະກິດການບໍລິການດ້ານການທ່ອງທ່ຽວ ແລະ ວັດທະນະທຳໃນໄລຍະຜ່ານມາ ໂດຍທ່ານ ສາລີ ເພັດໂສພາ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ທັງຮັບຜິດຊອບວຽກງານວັດທະນະທໍາ. ນອກນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປຶກສາຫາລຶ, ແລກປ່ຽນຄໍາຄິດເຫັນຈາກຄະນະກໍາມະການ ແລະ ປະທານກອງປະຊຸມ ກ່ຽວກັບບັນຫາຕ່າງໆ ຂອງບັນດາຫົວໜ່ວຍທຸລະກິດພາຍໃນເມືອງສອງຄອນ.
ໃນຕອນທ້າຍພິທີທ່ານປະທານກອງປະຊຸມ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນການປະຕິບັດໜ້າທີ່ວຽກງານ ແລະ ປະກອບຄວາມຄິດເຫັນເຂົ້າໃສ່ບົດສະຫຼຸບ ເພື່ອໃຫ້ບົດສະຫຼຸບມີຄວາມໜັກແໜ້ນ ແລະ ມີຄວາມໝາຍຄວາມສຳຄັນຂຶ້ນຕື່ມ.
Editor: ນັກຂ່າວເມືອງສອງຄອນ