ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ປະຈຳປີ 2018 ຈະຈັດຂຶ້ນໃນລະຫວ່າງ ວັນທີ 7-15 ກໍລະກົດ 2018 ນີ້ ທີ່ສູນການຄ້າລາວ-ໄອເຕັກ ຊຶ່ງມາຮອດປະຈຸບັນ ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນິເຈີລາວ ໃຫ້ສຳພາດນັກຂ່າວມື້ເຊົ້ານີ້ວ່າ: ຄະນະຈັດງານພວກເຮົາມີຄວາມພ້ອມຮ້ອຍສ່ວນຮ້ອຍ ໃນການກະກຽມເປີດງານຢ່າງເປັນທາງການ ຊຶ່ງຕົວເລກຂອງຜູ້ປະກອບການເຟີນິເຈີ ເຂົ້າຮ່ວມທັງຫມົດມີ ຈຳນວນ 170 ຫ້ອງວາງສະແດງ ລວມທັງຜູ້ປະກອບການທຸລະກິດເຟີນິເຈີ້ ທັງພາຍໃນ ແລະ ຕ່າງປະເທດ.
ງານຄັ້ງນີ້ ຈະມີຄວາມໂດດເດັ່ນແຕກຕ່າງຈາກຄັ້ງຜ່ານໆມາ ເນື່ອງຈາກຜູ້ທີ່ເຂົ້າຊົມຈະໄດ້ພົບກັບຄວາມຫຼາກຫຼາຍຂອງສິນຄ້າເຄື່ອງເຮືອນລາວ ຈາກໂຮງງານທີ່ອອກແບບໃຫ້ມີຄວາມສວຍງາມ ທັນສະໄໝ ຮັກສາໄດ້ເອກະລັກຄວາມເປັນລາວ ນອກຈາກນີ້ ຍັງມີສິນຄ້າໂອດັອບ ໂດຍຕະຫຼອດງານຄັ້ງນີ້ຄາດວ່າຈະມີມູນຄ່າການຊື້-ຂາຍຫລາຍຕື້ກີບ ຊຶ່ງຈະມີພໍ່ແມ່ນປະຊາຊົນມາທ່ຽວຊົມບໍ່ຫຼຸດ 2,5 ແສນຄົນ.
ແນວໃດກໍດີ ການຈະຈັດງານວາງສະແດງເຄື່ອງເຮືອນລາວຄັ້ງນີ້ ກໍເພື່ອແນໃສ່ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງ ທາງດ້ານສີໄມ້ລາຍມືຄົນລາວເຮົາ, ຫົວໜ່ວຍທຸລະກິດໃຫ້ມີຂະຫຍາຍຕົວ ແລະ ສາມາດເຊື່ອມໂຍງເຂົ້າສູ່ຕະຫລາດພາກພື້ນ ແລະ ສາກົນໄດ້ ພ້ອມກັບຂະຫຍາຍຕະຫລາດສິນຄ້າລາວໃຫ້ນັບມື້ກວ້າງຂວາງ ແລະ ທັງເປັນການອະນຸລັກຮັກສາ ປ່າໄມ້, ນຳໃຊ້ໄມ້ ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວ້ຢ່າງຢືນຍົງ ແລະ ເປັນການເພີ່ມມູນຄ່າຜະລິດຕະພັນໄມ້, ຫວາຍ ແລະ ໄມ້ປ່ອງໃຫ້ສູງຂຶ້ນຕາມຄວາມຕ້ອງການຂອງສັງຄົມ.
ມີສຽງສຳພາດທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນິເຈີລາວ ມາໃຫ້ຮູ້ເພີ່ມຕື່ມ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ