ໃນຕອນເຊົ້າຂອງວັນທີ 5 ກໍລະກົດ 2018 ນີ້ ເມືອງໝື່ນໄດ້ຈັດພິທີຮັບຮອງບ້ານ ນ້ຳເລົ້າ ເປັນ ບ້ານສາມັກຄີປອງດອງ ຂື້ນຢ່າງເປັນທາງການ ຢູ່ທີ່ສະໂມສອນຫ້ອງການບ້ານນ້ຳເລົ້າ ເມືອງໝື່ນ ແຂວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນເຄນ ໄຊຍະບົວພາ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງ ການກອງບັນຊາການ ປກສ ເມືອງ, ມີທ່ານ ນາງ ວົງພອນ ພານຸວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີຫົວໜ້າຫ້ອງການ, ພະນັກງານທີກ້ຽວຂອງພ້ອມທັງພໍ່ແມ່ປະຊາຊົນພາຍໃນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຫວັງ ຜ່າ ມົວ ຄະນະແນວລາວສ້າງຊາດບ້ານ ໄດ້ຂື້ນຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ, ການສ້າງບ້ານສາມັກຄີປອງດອງໂດຍຍໍ້ ເຊິ່ງທ່ານໃດ້ໃຫ້ຮູ້ວ່າ ບ້ານ ນ້ໍາເລົ້າ ໄດ້ສ້າງຕັ້ງຂື້ນໃນວັນທີ 15 ມີນາ 1984, ມີພົນລະເມືອງ ທັງໝົດ 2,221 ຄົນ, ຍິງ 1,106 ຄົນ, ໃນນັ້ນ ມີ 3 ຊົນເຜົ່າຄື: ເຜົ່າລາວລຸ່ມ ມີ 21 ຄົນ, ຍິງ 13 ຄົນ, ເຜົ່າກຶມມຸ ມີ 279 ຄົນ, ຍິງ 147 ຄົນ, ເຜົ່າມົ້ງ ມີ 1,921 ຄົນ, ຍິງ 946 ຄົນ, ລວມທັງໝົດມີ 305 ຫຼັງຄາເຮືອນ ປະຊາຊົນສ່ວນຫຼາຍຢຶດຖືອາຊີບເຮັດນາ, ປູກຝັງ, ລ້ຽງສັດ ແລະ ຄ້າຂາຍ, ປະຊົນຊົນພາຍໃນບ້ານແມ່ນ ໄດ້ຕັ້ງໜ້າປະກອບສ່ວນປະຕິບັດຂະບວນການສ້າງຄອບຄົວສາມັກຄີປອງດອງ, ມີຄວາມສາມັກຄີຮັກແພງ, ຖຶກຕ້ອງປອງດອງກັນ, ມີຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ, ຄອບຄົວມີຄວາມອົບອຸ່ນ, ມີແບບແຜນການດຳລົງຊິວິດປອດໄສ, ຮັກສາ ແລະ ເສີ່ມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ມີຄວາມຊ່ວຍເຫຼື່ອຍາດຕິພິນ້ອງເຮືອນໃກ້ ເຮືອນຄຽງ ໃນຍາມທຸກຍາກ, ນັບຖືລະບຽບກົດໝາຍຕ່າງໆປະກອບສ່ວນເຂົ້າໃນວຽກງານຂອງບ້ານ, ບໍ່ສ້າງຄວາມຍຸ້ງຍາກໃຫ້ແກ່ການຈັດຕັ້ງບ້ານ, ສ້າງເງື່ອນໄຂໃຫ້ລູກຫຼານໄດ້ເຂົ້າໂຮງຮຽນ ເຮັດໃຫ້ຊິວິດການເປັນຢູ່ດີຂື້ນເລື້ອຍໆ.
ຫຼັງຈາກນັ້ນທ່ານ ວົງພອນ ພານຸວົງ ຄະນະປະຈໍຳພັກເມືອງ ປະທານແນວລາວສ້າງຊາດເມືອງ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ຄອບຄົວສາມັກຄີປອງດອງ ເປັນຈຳນວນ 296 ໃບ ທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ບຸນເຄນ ໄຊຍະບົວພາ ຄະນະປະຈໍຳພັກເມືອງ ຫົວໜ້າຫ້ອງການກອງບັນຊາການ ປກສ ເມືອງຕື່ມອີກ.
Editor: ເມືອງຫມື່ນ