ບ້ານຜັກເພື້ອ ເປັນບ້ານໜຶ່ງທີຕິດກັບສາຍນ້ຳເຊບັ້ງໄຟ ເຊິງໄລຍະນັ້ນເກີດມີພາຍຸພັດເຂົ້າມາເຮັດໃຫ້ຝົນຕົກຫນັກ ເປັນເວລາຫຼາຍວັນ ບວກກັບການລະບາຍນ້ຳທາງເຂື່ອນນ້ຳເທີນ 2, ທີລະບາຍນ້ຳຫລົງໃສ່ສາຍນ້ຳເຊບັ້ງໄຟ ເຮັດໃຫ້ນ້ຳເຊບັ້ງໄຟ ເພີມຂຶ້ນຢາງໄວ ແລະ ນ້ຳໄດ້ໄຫລ່ເຂົ້າຖ້ວມບ້ານເຮື່ອນ, ຮົ້ວສວນ, ໄຮ່ນາ, ຂອງພໍແມ່ປະຊາຊົນເປັນບໍລິເວນກວ້າງ, ສັດລ້ຽງບາງຊະນິດ ສູນຫາຍ ແລະ ຫາຍໄປກັບນ້ຳ, ເຮັດໃຫ້ພໍແມ່ປະຊາຊົນພາຍໃນບ້ານຜັກເຜື້ອ ກວ່າ 155 ຫລັງຄາເຮືອນຖືກນ້ຳຖ້ວມ, ພົບຄວາມຍຸ້ງຍາກໃນການທຳມາຫາກີນ, ປະຊາຊົນພາຍໃນບ້ານຖືກຕັດຂາດຈາກພາຍນອກ. ຂາດນ້ຳ,ຂາດອາຫານ, ການເຂົ້າມາຊ່ວຍເຫລືອກໍຍາກ ເພາະເສັ້ນທາງລົດຖືກຕັດຂາດ ຕ້ອງໄດ້ອາໃສ່ເຮື່ອເທົ່ານັ້ນໃນການເດີນທາງ ຈື່ງຈະສະມາດເດີນທາງເຂົ້າອອກບ້ານໄດ້ ການເດີນທາງດ້ວຍເຮື່ອ ແມ່ນໃຊ້ເວລາເກືອບ 1 ຊົ່ວໂມງ 30 ນາທີ, ຈຶງຮອດ ເຮັດໃຫ້ການຊ່ວຍເຫລືອຍັງບໍ່ສາມາດເຂົ້າເຖິງພໍ່ແມ່ປະຊາຊົນເທົ່າທີ່ຄວນ ເພື່ອເປັນການແບ່ງເບົາບັນເທົາທຸກ ແກ່ປະຊາຊົນ ແລະ ຄວາມເປັນຫ່ວງເປັນໄຍ ເມື່ອບໍ່ດົນມານີ້ ທາງທີມງານ ເຄືຂ່າຍຂໍ້ມູນຂ່າວສານເພື່ອການຮຽນຮູ້ ແລະ ພັດທະນາ ໄດ້ນໍາເອົາເຄື່ອງບໍລິໂພກ ແລະ ອຸປະໂພກ ລວມທັງນໍ້າດື່ມຈໍານວນຫນຶ່ງ ໄປມອບໃຫ້ປະຊາຊົນ 155 ຫລັງຄາເຮືອນ ໂດຍຜ່ານການຈັດຕັ້ງບ້ານ ໃນແຕ່ລະຂັ້ນ ເພື່ອແຈກຍາຍໃຫ້ໄດ້ຮັບທຸກຄອບຄົວ.
Editor: ກຳປານາດ ລັດຖະເຮົ້າ