ນະຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງຄຳ ໄດ້ຈັດ ກອງປະຊຸມໃຫຍ່ປັບປຸງໜ່ວຍພັກ ຄັ້ງທີ 1 ຂື້ນທີ່ຫ້ອງປະຊຸມ ຫ້ອງການ ຊັບພະຍາກອນ ທໍາມະຊາດ ແລະ ສີ່ງແວດລ້ອມ ເມືອງຄຳ ແຂວງຊຽງຂວາງ ຂື້ນຢ່າງເປັນທາງການ.
ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສາຍລົມ ເອີນທະວັນ ຜູ້ຮັກສາການ ເລຂາໜ່ວຍພັກ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແລະ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງຄຳ, ມີຫົວໜ້າ, ຮອງຫົວໜ້າຫ້ອງ ການອ້ອມຂ້າງເມືອງ, ມີສະມາຊິກ ພັກໜ່ວຍດັ່ງກ່າວພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນນັ້ນ ສະຫາຍ ຈັນເຜີຍ ໄຊຍະວົງ ກຳມະການພັກເມືອງ ຫົວໜ້າຄະນະຈັດຕັ້ງ ເມືອງ ກໍ່ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງເລກທີ່ 220/ຄປພມ ລົງວັນທີ 6 ກັນຍາ 2018 ວ່າດ້ວຍ ການອະນຸມັດໃຫ້ຄະນະໜ່ວຍພັກ ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສີ່ງແວດລ້ອມດຳເນີນກອງ ປະຊຸມໃຫຍ່ປັບປຸງໜ່ວຍພັກ ຄັ້ງທີ 1 ຈາກນັ້ນ ສະຫາຍ ສາຍລົມ ເອີນທະວັນ ຜູ້ຮັກສາການຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສີ່ງແວດລ້ອມ ກໍ່ໄດ້ຜ່ານບົດສະຫຼຸບໄດ້ກ່າວວ່າ: ໜ່ວຍພັກ ຫ້ອງການຊັບພະຍາກອນ, ທຳມະຊາດ ແລະ ສີ່ງ ແວດລ້ອມ ກໍ່ແມ່ນໜ່ວຍງານໜຶ່ງ ທີ່ແຍກອອກຈາກໜ່ວຍພັກ ເສດຖະກິດ ເຊິ່ງປະກອບມິພະນັກງານລັດຖະກອນທັງໝົດ 14 ຄົນ, ມີສະມາຊິກພັກ ທັງໝົດ 11 ສະຫາຍ, ຍິງ 2 ສະຫາຍ, ກວມເອົາ ພະນັກງານລັດຖະກອນທັງໝົດ 86%, ມີພະນັກງານອາສາສະໝັກ 8 ຄົນ, ຍິງ 2 ຄົນ, ມີອົງການຈັດຕັ້ງມະຫາຊົນ ເຊັ່ນ: ອົງການຈັດຕັ້ງກຳມະບານ, ຊາວໜຸ່ມ ໂດຍພາຍໃຕ້ ການຊີ້ນຳນຳພາຂອງໜ່ວຍພັກ, ຜ່ານການຈັດຕັ້ງປະຕິ ບັດໃນໄລຍະຜ່ານມາ ໜ່ວຍພັກຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຍັງຖືເອົາການ ເມືອງແນວຄິດເປັນຕົ້ນແມ່ນແນວທາງນະໂຍບາຍມະຕິຄຳສັ່ງ ຂອງພັກ, ລະບຽບກົດໝາຍ ຂອງລັດ ແລະ ທິດທາງໜ້າທີ່ອົງການປົກຄອງຂອງແຂວງ, ຂອງເມືອງ, ເວົ້າລວມ ເວົ້າສະເພາະກໍ່ຄືຂອງໜ່ວຍພັກວາງອອກແຕ່ລະໄລຍະ ໄດ້ເຊື່ອມຊືມເຜີຍແຜ່ ໃຫ້ແກ່ ສະມາຊິກພະນັກງານລັດຖະກອນ ປະຊາຊົນກຸ່ມບ້ານໃຫ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບໜ້າວຽກຂົງເຂດຂອງຕົນ ຮັບຜິດຊອບເຮັດໃຫ້ພະນັກງານລັດຖະກອນ ມີຄວາມຕື່ນຕົວ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ ໄດ້ເປັນຢ່າງດີ, ພ້ອມນີ້ ກໍ່ຍັງບຳລຸງຍົກລະດັບທິດສະດີການເມືອງ ໃຫ້ແກ່ສະມາຊິກພັກພະນັກງານລັດຖະກອນ, ເສີມຂະຫຍາຍສິດເປັນເຈົ້າຂອງຕົນ, ມີສະຕິເຄົາລົມຕໍ່ລະບຽບກົດໝາຍ, ລະບຽບວິໄນ ຢ່າງເຂັ່ມງວດ, ກຳແໜ້ນມູນເຊື້ອຂອງພັກ-ລັດ, ຮີດຄອງປະເພນີ ອັນດີງາມຂອງຊາດ, ໃຫ້ມີນ້ຳໃຈຮັກຊາດ, ຮັກບ້ານເກິດເມືອງນອນ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອ ເຊີ່ງກັນ ແລະ ກັນ, ສົ່ງເສີມບັນດາປັດໃຈຕັ້ງໜ້າໃນທຸກຂົງເຂດວຽກງານຢ່າງກ້ວາງຂວາງ, ຕ້ານສະກັດ ກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ນອກຈາກນີ້ກໍ່ຍັງສາມາດ ຂະຫຍາຍ ມະຫາຊົນຜູ້ທີ່ກ້າວໜ້າເຂົ້າພັກໄດ້ 5 ສະຫາຍ, ຍິງ 1 ສະຫາຍ, ເລື່ອນສຳຮອງຂື້ນເປັນ ສຳມະຊິກພັກສົມບູນ ໄດ້ 5 ສະຫາຍ, ຍິງ 1 ສະຫາຍ, ພ້ອມນັ້ນກໍ່ໄດ້ຊີ້ນຳ-ນຳພາຊຸກຍູ້ ອົງການຈັດຕັ້ງມະຫາຊົນ ໃນການສ້າງຂະບວນການເພື່ອຄຳນັບຮັບຕ້ອນວັນສຳຄັນ ຂອງຊາດ-ຂອງພັກ ລວມທັງວຽກງານວິຊາສະເພາະອື່ນໆ ເຊັ່ນ: ວຽກງານທີ່ດີນ, ວຽກງານ ຕິດຕາມກວດກາຊັບພະຍາກອນ-ທຳມະຊາດ ແລະ ສີ່ງແວດລ້ອມ ແລະ ວຽກງານອື່ນໆ ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ຍັງບໍ່ທັນສຳເລັດຕາມແຜນຂອງພັກ ເປັນຕົ້ນແມ່ນ ຈະໄດ້ສືບຕໍ່ນຳພາວຽກງານ ການເມືອງແນວຄິດ, ການດຳເນີນຊີວິດພັກ ແລະ ຄວາມ ຮຽກຮ້ອງຕ້ອງການ ຂອງພໍ່ແມ່ປະຊາຊົນໃນການອອກໃບຕາດີນ, ແກ້ໄຂບັນຫາຕໍ່ສີ່ງ ແວດລ້ອມ, ພ້ອມດຽວກັນນັ້ນກໍ່ຍັງໄດ້ຜ່ານທິດທາງແຜນການໃນສົກປີ 2018-2023 ຕື່ມອີກ. ຫຼັງຈາກນັ້ນກໍ່ໄດ້ຜ່ານບົດສຳຫຼວດພ້ອມທັງກ່າວລາໜ້າທີ່ພ້ອມນັ້ນຄະນະຈັດຕັ້ງຂັ້ນ ເມືອງກໍ່ໄດ້ຂື້ນຜ່ານມາດຖານເງື່ອນໄຂຜູ້ທີ່ຈະເຂົ້າສະໝັກເລືອກຕັ້ງ ໂດຍມີຜູ້ເຂົ້າສະໝັກ ເລືອກຕັ້ງໃນຄັ້ງນີ້ ຈຳນວນ 5 ສະຫາຍ ເລືອກເອົາ 3 ສະຫາຍ, ພາຍໃນກອງປະຊຸມ ກໍ່ໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະ ຊຸດໃໝ່ຜ່ານຈາກກອງປະຊຸມ ປະຖົມມະລຶກ ໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ສາຍລົມ ເອີນທະວັນ ເປັນເລຂາ ຜູ້ຊີ້ນຳລວມ, ເລືອກເອົາ ສະຫາຍ ໝອນແກ້ວ ແສງມີລາທີ ເປັນຮອງເລຂາ ທັງເປັນ ປະທານກວດກາ, ເອົາ ສະຫາຍ ຈັນທະໜອມ ສີງຕ້ອມ ເປັນຮອງເລຂາ.
ເນື້ອງໃນໂອກາດດັ່ງກ່າວ ສະຫາຍ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄຳ, ກໍ່ໄດ້ໂອ້ລົມໃຫ້ຄຳຄິດຄຳເຫັນ ກ່ອນອື່ນໝົດ ຍັງໄດ້ກ່າວ ຍ້ອງຍໍຊົມເຊີຍຕໍ່ກັບຜົນງານໃນໄລຍະຜ່ານມາພ້ອມທັງໃຫ້ທິດຊີ້ນຳແກ່ຄະນະພັກຊຸດໃໝ່ຈົ່ງພ້ອມກັນເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ ສະມາຊິກພັກ ໄດ້ຮັບຮູ້ ແລະ ກຳແໜ້ນຕໍ່ກັບວຽກ, ສູ້ຊົນປະຕິບັດ ຕາມແຜນ ຄາດໝາຍ ທີ່ວາງໄວ້ໃຫ້ໄດ້ຮັບຜົນສູງພ້ອມທັງເພີ່ມທະວີຕໍ່ກັບການຈັດຕັ້ງປະຕິບັດວຽກງານພັກ ໃຫ້ໄດ້ ຮັບຜົນສຳເລັດຂື້ນເທື່ອລະກ້າວ.
Editor: ກຳປານາດ ລັດຖະເຮົ້າ