ວັນທີ 13 ກັນຍາ 2018ນີ້, ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 16 ປີ, ໃນວັນທີ 9 ກັນຍາ 2002 ຫາ 9 ກັນຍາ 2018 ໄດ້ຈັດຂື້ນຢ່າງເປັນທາງການ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານນາງ ມະນີຈັນ ຈັນທະນາລີ ຄະນະປະຈຳພັກເມືອງ ປະທານກວດກາລັດ ທັງເປັນສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງເຊໂປນ, ມີບັນດາທ່ານໃນຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຄະນະຫ້ອງການ, ພະນັກງານລັດຖະກອນ, ນາຍລະພົນທະຫານ, ນາຍແລະ ພົນຕຳຫຼວດ ພ້ອມດ້ວຍສະມາຊິກນັກຮົບເກົ່າພາຍໃນເທດສະບານເມືອງເຂົ້າຮ່ວມ100ກວ່າຄົນ
ສະຫະພັນນັກຮົບເກົ່າແຫ່ງຊາດລາວ ເປັນອົງການຈັດຕັ້ງທາງການເມືອງຂອງພັກເຊິ່ງນອນຢູ່ໃນລະບົບການເມືອງແຫ່ງລະບອບໃໝ່ຂອງ ສປປ ລາວ ໂດຍຖືກສ້າງຂື້ນຕາມພາລະບົດບາດ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນໄລຍະໃໝ່ເພື່ອຄຸ້ມຄອງ, ດູແລເບິ່ງແຍງ, ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານນັກຮົບເກົ່າ ທີ່ອອກພັກຜ່ອນ, ຮັບບຳນານ ແລະ ເປັນພົນລະເມືອງດີສ້າງເສດຖະກິດຄອບຄົວ ຕາມລະບຽບກົດໝາຍຂອງລັດວາງອອກ, ໃນກອງປະຊຸມ ທ່ານນາງມະນີຈັນ ຈັນທະນາລີ ກໍ່ໄດ້ໃຫ້ກຽດຂື້ນປາຖະກະຖາຊົມເຊີຍວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ, ເຊິ່ງທ່ານໄດ້ຍົກໃນ 5 ຂໍ້ໃຫຍ່ ຄື: ຄວາມໝາຍຄວາມສຳຄັນຂອງນັກຮົບເກົ່າແຫ່ງຊາດລາວ, ເງື່ອນໄຂທີ່ພາໃຫ້ເກີດມີສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມູນເຊື້ອ ແລະ ຜົນງານຂອງນັກຮົບປະຕິວັດກໍ່ຄືນັກຮົບເກົ່າ ໃນປະຈຸບັນທີ່ໄດ້ປະກອບສ່ວນຜົນງານອັນໃຫຍ່ຫຼວງເຮັດໃຫ້ຊາດລາວ ຂອງພວກເຮົາໄດ້ຮັບຄວາມເປັນເອກະລາດ ແລະ ພາລະບົດບາດ ແລະ ໜ້າທີ່ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ.
Editor: ກຳປານາດ ລັດຖະເຮົ້າ