ລະຫວ່າງວັນທີ 13-14 ກັນຍາ 2018 ນີ້, ເຈົ້າໜ້າທີ່ກວດກາ ການຄ້າ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ລົງຕິດຕາມກວດກາ ແນະນໍາ ຊາວຄ້າຂາຍ ທີ່ບ້ານປາກເຊືອງ ແລະ ບ້ານວຽງສະຫວັນ ຢ້ານສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ເນື່ອງ ຈາກວ່າ ຂົວນ້ຳເຊືອງ ເສັ້ນທາງ13ເໜືອ ໄດ້ຊຸດຕົວລົງເຊິ່ງເຮັດໃຫ້ລົດໃຫຍ່ບໍສາມາດ ໄຕ່ຂົວສັນຈອນໄປ-ມາໄດ້. ໄດ້ນໍາໃຊ້ເຮືອບັກຂ້າມແທນ ຈຶ່ງເປັນສາເຫດເຮັດໃຫ້ຜູ່ຄົນສັນຈອນໄປ-ມາ ອັ່ງອໍຢູ່ສອງບ້ານດັ່ງກາວ, ສະນັ້ນ ເຈົ້າໜ້າທີ່ຂອງ ໄດ້ແຈ້ງໃຫ້ອໍານາດການປົກຄອງທັງ 2 ບ້ານ ຕິດຕາມຊ່ວຍເຫຼືອແນະນໍາຊາວບ້ານດັ່ງກ່າວ ບໍໃຫ້ຂາຍສິນຄ້າແລະ ຄ່າບໍລິການແພງເກີນຄວາມເໝາະສົມ.
ພ້ອມດຽວກັນນັ້ນ ຖ້າຫາກບຸກຄົນ ນິຕິບຸກ ຫາກສວຍໂອກາດຂຶ້ນລາຄາ ຖ້າເຈົ້າໜ້າທີ່ກວດພົບ ຫຼື ມີຫຼັກຖານ ( ອັດສຽງ ຮູບ ວີດີໂອ ໃບບິນຈ່າຍເງິນ ) ຈາກປະຊາຊົນ ທີ່ສະ ເໜີມາ ມີເຫດຜົນ ແມ່ນຈະໄດ້ປັບໃໝ່ຕາມລະບຽບການຢ່າງເຂັ້ມງວດ ຖ້າພົບມີການເອົາປຽບການຊື້ຂາຍສິນຄ້າ ແລະ ບໍລິການ ໃຫ້ໂທແຈ້ງ 020 22350693-020 59288898 ຕະຫຼອດ 24 ຊົ່ວໂມງ
Editor: ກຳປານາດ ລັດຖະເຮົ້າ