ສວນພຶກສາ ຖະແຫລງຂ່າວການຈັດງານບຸນກິນຈຽງເຜົ່າມົ້ງ 2019 ພ້ອມທັງເຊີນຊວນ ນາງສາວເຜົ່າມົ້ງ ຜູ້ທີ່ມີເງື່ອນໄຂ ເຂົ້າປະກວດ ນາງສາວເຜົ່າມົ້ງ ປະຈຳປີ 2020, ລວມທັງຫລາຍກິດຈະກຳ ຫນ້າສົນໃຈ
ພິທີຖະແຫຼ່ງຂ່າວ ກຽມຈັດງານບຸນປະເພນີກິນຈຽງເຜົ່າມົ້ງ 2019 ແລະ ຄັດເລືອກນາງສາວເຜົ່າມົ້ງ 2020 ທີ່ສວນພຶກສາ ເພື່ອສົ່ງເສີມອະນຸຮັກ ຮັກສາຮີດຄອງປະເພນີອັນດີງາມອັນພົ້ນເດັ່ນຂອງຊົນເຜົ່າດັ່ງກ່າວ, ງານຖະແຫລງຂ່າວ ໄດ້ຈັດຂຶ້ນວັນທີ 28 ສິງຫາ ຜ່ານມາ ທີ່ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໂດຍເຂົ້ານຮ່ວມພິທີມີ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ, ມີ ທ່ານ ພູວົງ ພະມີສິດ ປະທານສວນພຶກສາ, ພ້ອມນີ້ຍັງມີພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ໃນພິທີ ທ່ານ ພູວົງ ພະມີສິດ ປະທານສວນພຶກສາ ໄດ້ກ່າວວ່າ: ສວນພຶກສາແຫ່ງນີ້ ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ໂດຍລວບລວມເອົາຫຼາຍຊົນເຜົ່າມາຮ່ວມບ່ອນດຽວກັນ ໃນນັ້ນ, ຫຼາຍທີ່ສຸດແມ່ນຊົນເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າລາວ, ສະນັ້ນ ຈຶ່ງໄດ້ຈັດບຸນກິນຈຽງເຜົ່າມົ້ງ ເພື່ອຮັກສາຮີດຄອງປະເພນີອັນດີງາມ ສ້າງຄວາມສາມັກຄີໃຫ້ບັນດາເຜົ່າໄດ້ມີກິດຈະກຳຮ່ວມກັນ, ພ້ອມທັງໄດ້ສະແດງເຖິງການປົກປັກຮັກສາໃນການນຸ່ງຖືຊຸດປະຈຳຊົນເຜົ່າ, ທີ່ໄດ້ສືບທອດກັນມາຫຼາຍຮຸ່ນຄົນ ແລະ ໄດ້ສົ່ງເສີມການທ່ອງທ່ຽວ ໃນນະຄອນຫລວງວຽງຈັນ ຫລາຍຂື້ນ, ງານບຸນກິນຈຽງເຜົ່າມົ້ງ ສວນພຶກສາ 2019 ແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 22-44 ພະຈິກ 2019 ທີ່ສວນພຶກສາ ບ້ານໃໝ່ດານຊີ ເມືອງນາຊາຍທອງ, ໃນນີ້ມີກິດຈະກຳຫຼາຍຢ່າງ ເຊັ່ນ: ການສະແດງສິລະປະ ຮ້ອງເພງຈາກສິລະປິນທີ່ມີຊື່ສຽງ, ກິດຈະກຳໂຍນໝາກຄອນ, ຕີໝາກຂ່າງ, ຍິງໜ້າເກັກ, ເຕະບານ ການຂັບລຳເຜົ່າມົ້ງຂອງຜູ້ບ່າວ-ຜູ້ສາວ, ລວມເຖິງຜູ້ເຖົ້າຜູ້ແກ່ອາວຸໂສ ແລະ ອື່ນໆ, ພ້ອມນັ້ນ ຍັງມີເວທີຄັດເລືອກນາງສາວເຜົ່າມົ້ງ ສວນພຶກສາ ປະຈຳປີ 2020 ແລະ ຄັດເລືອກນັກຮ້ອງສຽງດີ. ທີ່ຮ້ອງພາສາເຜົ່າມົ້ງໄດ້
ທ່ານ ພູວົງ ພະມີສິດ ກ່າວຕື່ມວ່າ: ບຸນປະເພນີກິນຈຽງເຜົ່າມົ້ງ ໃນສວນພຶກສາປີນີ້ ຈັດຂຶ້ນເປັນຄັ້ງທີ 3 ເປັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ແລະ ທັງເປັນການສະຫຼຸບຜົນງານໃນການທຳມາຫາກິນຂອງເຜົ່າມົ້ງ, ສຳລັບໂຄງການຄັດເລືອກນາງສາວເຜົ່າມົ້ງ ໄດ້ເປີດຮັບສະໝັກແຕ່ມື້ນີ້ ຈົນຮອດວັນທີ 19 ຕຸລາ 2019, ໂດຍມີເງື່ອນໄຂຕ້ອງເປັນສາວຊົນເຜົ່າມົ້ງ ຢູ່ຂອບເຂດ ນະຄອນຫລວງ ຫຼື ນັກຮຽນ-ນັກສຶກສາທີ່ຢູ່ຕ່າງແຂວງ ແຕ່ມາຮຽນຢູ່ໃນ ນະຄອນຫລວງວຽງຈັນ ກໍສາມາດມາຮ່ວມສະໝັກໄດ້ເຊັ່ນດຽວກັນ, ສຳລັບ ຜູ້ຊະນະເລີດ ທີ່ໄດ້ເປັນນາງສາວ ເຜົ່າມົ້ງ ຈະໄດ້ຄອງມົງກຸດ ມູນຄ່າ 50 ກວ່າລ້ານກີບ ຈາກຮ້ານຄຳພູວົງ ແລະ ເງິນລາງວັນ ຈຳນວນຫນຶ່ງ,, ແລະ ລາງວັນຈາກຜູ້ສະຫນັບສະຫນູນ ອີກ
ບກ: ກຳປານາດ ລັດຖະເຮົ້າ Kampanath Latthahao