ວັນທີ 19 ກັນຍາ ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມນຳສະເໜີລາຍການ ໂທລະພາບຈີນຢູ່ລາວ ເພື່ອເພີ່ມທະວີການແລກປ່ຽນ ຄຳຄິດຄຳເຫັນ ໃນວົງການສືມວນຊົນນຳກັນ ເພື່ຶອເພີ່ມຄວາມເຂົ້າໃຈ ກັບລາຍການຕ່າງໆ ຂອງຈີນ ສ້າງຊ່ອງທາງການແລກປ່ຽນວັດທະນາທຳ ໃຫ້ມີຫຼາຍຮູບຫຼາຍແບບ ແລະ ເຊື່ອມໂຍງກັນ.
ໃນກອງປະຊຸມ ທ່ານ ລູ ສູນ ກວາງ, ຜູ້ອໍານວຍການບໍລິສັດ ສື່ສານສາກົນ ໂທລະພາບຈີນ ຈຳກັດ, ທ່ານ ຕິ່ງ ຢັ້ງ ປິນ, ຢູ່ອໍານວຍການບໍລິສັດ ດາວທຽມລາວ ເອເຊຍປາຊີຟິກ ຕ່າງກໍ່ໄດ້ປະກອບຄຳຄິດຄຳເຫັນ ແລະ ຕີລາຄາສູງຕໍ່ກິິດກຳ ການແລກປ່ຽນໃນຂົ່ງເຂດສື່ມວນຊົນ ທາງໂທລະພາບຂອງສອງປະເທດ ສະແດງບົດບາດນຳໜ້າ ພາຍໃຕ້ເງືອນໄຂນຳໜ້າດຳເນີນລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ ເຮັດໃຫ້ຊ່ອງທາງການປະສານງານ ດ້ານອະລິຍະທຳ ທີ່ຫຼາກຫຼາຍໃຫ້ມີຄວາມສະດວກ ເພື່ອສ້າງໃຫ້ເປັນຄູ່ຮ່ວມຜົນປະໂຫຍດ ເກື່ອກູນທາງດ້ານວັດທະນາທຳ.
ໃຫ້ກຽດເຂົ້າຮ່ວມໃນຄັ້ງກອງປະຊຸມຄັ້ງນີ້ໂດຍ ທ່ານ ສະຫວັນຄອນ ຣາດຊະມົນຕີ, ຮອງລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ ແລະ ພາກສວ່ນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
Editor: ຕະວັນ ແສງສະຫວັນ