ການສະແດງຄອນເສີດການກຸສົນ ໂຕໂຢຕ້າ ຄາສສິກ 2017 ໄດ້ຈັດຂື້ນ ຢ່າງຍິ່ງໃຫຍ່ ອາລັງການ ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ ໃນຄໍ່າຄຶນວັນທີ 24 ຕຸລາ 2017 ນີ້, ໂດຍໄດ້ຮັບກຽດເຂົ້າຮ່ວມ ມີ ທ່ານ ສາດສະດາຈານ ປະລິນຍາເອກ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູດຕານຸທູດ ແລະ ອົງການຈັດກຕັ້ງສາກົນ ປະຈໍາ ສປປ ລາວ, ນອກນີ້ຍັງມີ ທ່ານ ມິຈິໂນບຸ ຊຶ ງາ ຕະ ກໍາມະການຜູ້ຈັດການໃຫຍ່ ພ້ອມດ້ວຍຄະນະຜູ້ບໍລິຫານລະດັບສູງ ຈາກ ບໍລິສັດ ໂຕໂຢຕ້າ ມໍ້ເຕີ້ ປະເທດໄທ ຈໍາກັດ ແລະ ໂຕແທນຈໍາຫນ່າຍ ໂຕໂຢຕ້າ ຢ່າງເປັນທາງການ ໃນ ສປປ ລາວ ເຂົ້າຮ່ວມ ຢ່າງພ້ອມພຽງ.
ພາຍໃນງານ ບໍລິສັດ ໂຕໂຢຕ້າ ມໍ້ເຕີປະເທດໄທ ຈໍາກັດ ຍັງໄດ້ມອບລາຍໄດ້ຈາກການຈັດງານຄອນເສີດການກຸສົນ ໂຕໂຢຕ້າ ຄາສສິກ 2017 ເປັນຈຳນວນເງີນ 250 ລ້ານກີບ ໃຫ້ກັບສະມາຄົມສີລະປະການສະແດງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສູນພິການຕາ ( ທົ່ງປົ່ງ). ໃຫ້ກຽດ ຮັບໂດຍ ທ່ານ ບົວເງີນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
Editor: ກຳປານາດ ລັດຖະເຮົ້າ