ໃນເມື່ອບໍ່ດົນນີ້ ທ່ານ ນາງ ສີລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ຕ້ອນຮັບ ການເຂົ້າຂ່ໍານັບ ຂອງຄະນະຜູ້ເຂົ້າປະກວດຂອງນາງສາວລາວ ປະຈຳປີ 2017 ໂອກາດນີ້ ທ່ານ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ທິດຊີ້ນໍາແກ່ນາງສາວທຸກຄົນໃນການເຂົ້າຮ່ວມໂຄງການນາງສາວລາວ ແມ່ນເປັນຕົວແທນຂອງເອື້ອຍນ້ອງແມ່ຍິງບັນດາເຜົ່າໃນທົ່ວປະເທດ ທີ່ສະແດງໃຫ້ເຫັນເຖິງວັດທະນະທຳອັນດີງາມຂອງຊາດ, ຂອງເອື້ອຍນ້ອງແມ່ຍິງ ເປັນຕົວແທນໃນການສະແດງກິລິຍາມາລະຍາດທີ່ອ່ອນຫວານ ແລະ ຮຽບຮ້ອຍຂອງແມ່ຍິງລາວ.
ພ້ອມດຽວກັນນີ້ ກໍ່ຍັງເປັນໂອກາດອັນດີທີ່ຈະເປັນກນໂຄສະນາປະຊາສໍາພັນ ການທ່ອງທ່ຽວລາວ ເພື່ອໂຄສະນາປະຊາສຳພັນໃຫ້ປີທ່ອງທ່ຽວລາວ 2018 ນໍາອີກ ແລະ ໃນຕອນທ້າຍທ່ານ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ອວຍພອນໃຫ້ຜູ້ເຂົ້າປະກວດທຸກຄົນໂຊກດີໃນການປະກວດ ແລະ ເຮັດສຸດຄວາມສາມດຂອງຕົນເອງ. ຜູ້ເຂົ້າປະກວດນາງສາວລາວ ປະຈຳປີ 2017 ຮອບ 20 ຄົນ, ຈະປະກວດ ຮອບສຸດທ້າຍໃນວັນທີ 18 ພະຈິກ 2017 ທີ່ຈະມາເຖິງນີ້.
Editor: ດາວໄຊ ສີວິໄລ