ດີຊາຍເນີ ສິນລະປີນລາວ ຈຳນວນໜຶ່ງໄດ້ຖືກຄັດເລືອກເຂົ້າຮັບລາງວັນອິນທະລາຈັກ ຈາກອົງກອນໄວໜຸ່ມອາຊຽນ ລາງວັນດັ່ງກ່າວແມ່ນມອບໃຫ້ບຸກຄົນທີ່ຜ່ານມາອຸປະສັກ ສູ້ຄວາມສຳເລັດ
ໃນສາຂາ ບຸກຄົນຜູ້ສົ່ງເສີມ ສານສຳພັນ ມິດຕະພັນ ລາວ-ໄທ ດິນແດນ ສອງສີ ພີ່ນ້ອງມິດປະເທດປະຈຳປີ ພ.ສ 2662 ເຊິ່ງຈັດຂື້ນຈັດຂື້ນເປັງຄັ້ງທີ່ 2ແລ້ວ ສຳລັບ ດີຊາຍເນີ ສິນລະປີນລາວ ຖືກເຊື່ອເຊີນເຂົ້າຮ່ວມຮັບລາງວັນໃນຄັ້ງນີ້ ນຳທັບໂດຍ ອ້າຍຄຳເພົ້າ ບົວພັນ ດີຊາຍເນີ້ມາແຮງໃນຕອນນີ້
ຈາກຫອ້ງເສື້ອ ຄຳເພົ້າສັ່ງໄດ້ ຕາມຕໍ່ດ້ວຍສາວ ເຈນນີ ມີສເວີລາວ 2017 , ໜຸ່ມ ຕ້າ ເອແພັກ ໜຸ່ມ ເທເລີີ້ ສີສົມບັດ ແລະ ປິດທ້າຍກັບໜຸ່ມ ວີນລີ້ ບຸນວີໄລ ທີ່ຈະໄດ້ເຂົ້າຮ່ວມຮັບລາງວັນດັ່ງກ່າວ ແລະ ຜູ້ເຂົ້າຮ່ວມຮັບລາງວັນດັ່ງກ່າວມີທັງໝົດ 250 ກວ່າທ່ານ ແລະ ມາຈາກຕ່າງປະເທດ ແມ່ນ 30 ທ່ານ ລວມເຖິງປະເທດລາວນຳ.
Editor: Thavisack BAYRASY