ເປັນການຫວນມາຈັບໄມອີກຮອບສຳລັບນັກຮ້ອງໜຸ່ມ ຈີ້ມມີ້ ເດີວີນເນີ ສາຍຍາເດີມໃນອາດີດ ທີ່ຫ່າງຫາຍຈາກວົງການໄປດົນຫລາຍປີ ກັບມາເທື່ອນີ້ລີເຊັດໂຕເອງໃຫມ່ພ້ອມກັບຄ້າຍໃຫມ່ທີ່ທ້າວສັງກັດ NG MUSIC LAOS ກັບມາຮອບນີ້ບໍ່ທໍາມະດາ ຫີວຜົນງານເພງໃຫມ່ມາຝາກແຟນໆໆແລ້ວ ກັບຜົນງານເພງ ມັກແຟນເຂົາ ທີ່ມາໃນເນື້ອຫາ ເຄີຍຄິດແອບຫລົງຮັກເເຟນຄົນອື່ນແບບບໍ່ຮູ້ໂຕ ພຽງແຕ່ເຫັນວູບດຽວກະສະດຸດສາຍຕາ ເຮັດໃຫ້ຫລົງຮັກ ໄດ້ແຕ່ເເນມ ໄດ້ແຕ່ແອບເເນມ ໄດ້ເເຕ່ຄິດຢາກເປັນເຈົ້າໃຈ ເຫມືອນດັ່ງເພງນີ້ [ ມັກແຟນເຂົາ ] ງານນີ້ເອີ້ນໄດ້ວ່າເປັນອີກໜຶ່ງຜົນງານເພງທີ່ແຮງໆແວກແນວແຮງປີ ປອ່ຍອອກມາໃຫ້ໄດ້ຮັບຟັງກັນລະເດິ ຜ່ານທາງຍູທູບ ແລະ ຂໍຟັງກັນໄດ້ແລ້ວທາງຄື້ນວິທະຍຸ ທົ່ວປະເທດ ກັບຜົນງານເພງນີ້ ມັກແຟນເຂົາ ຂອງໜຸ່ມ ຈີ້ມມີ້ ຖ້າທ່ານໄດ້ຟັງແລ້ວຈະກັບໄປຟັງອີກຮອບແນ່ນອນ.
ຕິດຕາມເພງມວ່ນໆຜ່ານລີ້ງນີ້ໄດ້ເລີຍເດີ:
Editor: Thavisack BAYRASY