ເນື່ອງໃນໂອກາດໄຂງານວາງສະແດງສິນຄ້າຫນຶ່ງເມືອງ-ຫນຶ່ງຜະລິດຕະພັນແຫ່ງຊາດ ແລະ ສິນຄ້າຄອບຄົວຕົວແບບ ໃນນະຄອນຫລວງວຽງຈັນ ນັບແຕ່ວັນທີ 26 ພຶດສະພາ ຈົນເຖິງ 1 ມີຖຸນາ 2017 ພະແນກອຸດສະຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ຈິ່ງໄດ້ຈັດກິດຈະກຳການປະກວດສີລະປະຂອງຫລານນ້ອຍອະນຸບານ ແລະ ນັກຮຽນປະຖົມຂື້ນ ເພື່ອເປັນເສີມສ້າງບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ຕ້ອນຮັບວັນເດັກນ້ອຍສາກົນ 1 ມີຖຸນາ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ສ້າງຄວາມຮັກແພງສາມັກຄີ, ແລກປ່ຽນວັດທະນະທຳ ລະຫວ່າງໂຮງຮຽນອະນຸບານ ແລະ ປະຖົມແຫ່ງຕ່າງໆ ທັງພາກລັດ ແລະ ເອກະຊົນ ເຊິ່ງກັນ ແລະ ກັນ. ສຳລັບວັນທີ 30 ພຶດສະພາ ແມ່ນການປະກວດແຂ່ງຂັນ ສີລະປະສຳລັບຫລານນ້ອຍອະນຸບານ ເຊີ່ງມີໂຮງຮຽນເຂົ້າຮ່ວມ 5 ໂຮງຮຽນ ຄື: - ອະນຸບານ ແສງວິໄລ ມາໃນບົດຟ້ອນ ອວຍພອນຄູ ແລະ ຟ້ອນບົດເພງຕໍ່ຕ້ານ.- ອະນຸບານດາຣາ ມາໃນບົດຟ້ອນສຽງແຄນລາວ ແລະ ບົດຟ້ອນເຂົ້າຫນຽວສຽງແຄນ.- ອະນຸບານ ບ້ານຫມາກຮຽວ ມາໃນບົດຟ້ອນແດນແຫ່ງອິດສະຫລະ- ອະນຸບານວົງຄຳສີ ບົດຟ້ອນສາວເຂັນຝ້າຍ ແລະ ຟ້ອນຊ່ວງເຮືອ.- ອະນຸບານ ຟ້າສີຄາມ ຟ້ອນເຊິ້ງຊ່ວງເຮືອເຊິ່ງແຕ່ລະໂຮງຮຽນ ຕ່າງກໍ່ມີຄວາມອ່ອນຊ້ອຍສວຍງາມ, ລີລາທ່າຟ້ອນ, ການນຸ່ງຖື, ການແຕ່ງໂຕ ຂອງຫລານນ້ອຍອະນຸບານ. ຄວາມພ້ອມພຽງ ເພື່ອຊິ່ງເງິນລາງວັນ ທີ່ທາງຄະນະກຳມະການກຳນົດໄວ້.- ລາງວັນທີ ທີ 1 ເງິນສົດ 2 ລ້ານກີບ, - ລາງວັນທີ 2 ເງິນສົດ 1 ລ້ານ 5 ແສນກີບ- ລາງວັນທີ 3 ເງິນສົດ 1 ລ້ານກີບ, ນອກຈາກນັ້ນຍັງມີລາງວັນຊົມເຊີຍ 8 ແສນກີບ ຈຳນວນ 2 ລາງວັນ.