ວັນທີ 7 ມີຖຸນາ ປີ 2017 ໜ່ວຍພັກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ສຳເລັດກອງປະຊຸມດຳເນີນການສຳຫຼວດ,ທາບທາມລົງຄະແນນສຽງ ຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ຄະນະພັກ, ຄະນະນຳ ໃນບັ້ນ ດຳເນີນຊີວິດການເມືອງປັບປຸງປົວແປງທົ່ວພັກໃນປີ 2017,ພາຍຫຼັງໄດ້ດຳເນີນເປັນເວລາ 2 ວັນ ຢູ່ທີ່ຫ້ອງປະຊຸມພະແນກຂອງຕົນ, ພາຍໃຕ້ການເປັນປະທານຂອງ ທ່ານ ສະຖຽນ ວັນນະສຸກ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາສະຫາຍ ຮອງເລຂາ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ-ສຳຮອງ ມີແຂກຖືກເຊີນເຂົ້າຮ່ວມທັງໝົດ 31 ສະຫາຍ, ຍິງ 12 ສະຫາຍ. ກອງປະຊຸມ ທ່ານ ແກ້ວປະສິດ ນຶກມະນີວົງ ຜ່ານຂໍ້ຕົກລົງຂອງສອງໜ່ວຍພັກວ່າດ້ວຍການຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກອງປະຊຸມເຊື່ອມຊຶມເອກະສານບັ້ນຊີວິດການເມືອງ, ຜ່ານໃບສໍາຫຼວດດໍາເນີນຜ່ານໃບສຳຫຼວດການນຳພາຂອງຄະນະພັກໃນໄລຍະ 3 ປີຜ່ານມາ ການຈັດຕັ້ງປະຕິບັດໃນການຊີ້ນຳນຳພາຫຼາຍດ້ານເປັນຕົ້ນດ້ານການເມືອງແນວຄິດ, ວຽກງານວິຊາສະເພາະ ໄດ້ມີຫຼາຍວຽກທີ່ພົ້ນເດັ່ນ ເປັນຕົ້ນວຽກງານທີ່ດິນ, ສິ່ງແວດລ້ອມ, ນໍ້າ ແລະ ວຽກງານອຶ່ນໆ ທີ່ສາມາດສ້າງລາຍຮັບເຂົ້າງົບປະມານຂອງແຂວງໄດ້ຕາມລະດັບຄາດໝາຍ ແລະ ພິສູດຫຼັກຖານອອກໃບຕາດິນ ໄດ້ທັງໝົດ 26 ພັນ 585 ຕອນ, ຂຽນຂ່າວຜ່ານສື່ວິທະຍຸ, ໂທລະພາບ ອອກອາກາດຜ່ານໂທລະພາບແຫ່ງຊາດໄດ້ 23 ຄັ້ງ, ໂທລະພາບແຂວງໄດ້ 261ຄັ້ງ, ວິທະຍຸໄດ້ 261 ຄັ້ງ ລົງໃນເວບໄຊພະແນກຂອງຕົນໄດ້ 38 ຄັ້ງ, ຜ່ານເນຶ້ອໃນເຈາະຈີ້ມບັ້ນຊີວິການເມືອງ ຂອງຄະນະພັກ, ສະມາຊິກພັກ ເປັນຕົ້ນ: ຕີລາຄາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮັບຜິດຊອບທາງການເມືອງ ແລະ ຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ, ດ້ານແບບແຜນການນຳພາ, ວິທີເຮັດວຽກ ແລະ ແບບແຜນການດໍາລົງຊີວິດ. ຈາກນັ້ນກໍ່ໄດ້ແບ່ງໜ່ວຍຜ່ານໃບສຳຫຼວດບຸກຄົນໃນຄະນະພັກ, ສຳມາຊິກພັກ ແລະ ທາບທາມລົງຄະແນນສຽງໃຫ້ຄະນະພັກ, ຄະນະນຳຂັ້ນຂອງຕົນ ແລະ ຂັ້ນເທິງ ໂດຍໄດ້ແບ່ງອອກເປັນ 2 ຈຸ ສຳຫຼວດໜ່ວຍລະ 15 ສະຫາຍ ເຊິ່ງໄດ້ດຳເນີນຜ່ານໃບສຳຫຼວດ ແລະ ຕຳນິກໍ່ສ້າງ ປົວແປງເຊິງກັນ ແລະ ກັນ ພ້ອມທັງໃຫ້ຄະແນນ ສຽງແກ່ ຄະນະພັກ, ຄະນະນຳຂັ້ນຂອງຕົນ. ໂອກາດນີ້ ທ່ານ ສະຖຽນ ວັນນະສຸກ ປະທານກອງປະຊຸມຍັງໄດ້ເໜັ້ນໜັກຕື່ມບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ ໃນການປັບປຸງປົວແປງທົ່ວພັກຄັ້ງນີ້, ໂດຍພື້ນຖານແມ່ນອິງໃສ່ລະບຽບກົດໝາຍທີ່ມີຢູ່ ໃນການຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ທັງນີ້ກໍ່ເພື່ອໃຫ້ຄະນະພັກ-ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍເປັນແບບຢ່າງໃນການປະພຶດປະຕິບັດມີຄວາມຮັບຜິດຊອບທາງການເມືອງ ແລະ ຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍໃຫ້ມີຜົນສຳເລັດ.
Editor: ກຳປານາດ ລັດຖະເຮົ້າ