ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ເປີດກ້ວາງ ຄັ້ງທີ 6 ສະໄໝທີ 10 ຂອງເມືອງເຊໂປນ ໄດ້ດຳເນີນມານັບແຕ່ວັນທີ 5-11 ມີຖຸນາ 2017, ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ ຢ່າງເປັນທາງການ.ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບຸນດາໄລ ເຄນນະວົງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆເຊໂປນ,ທ່ານ ຄຳພູນ ຕຸໄພທູນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆສະຫວັນນະຂດ, ມີບັນດາສະຫາຍໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ,ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຈຸດສຸມ,ກຸ່ມບ້ານ, ຜູ້ຊີ້ນໍາບ້ານໃຫ່ຍ,ຫົວໜ້າ, ຮອງຫົວໜ້າກ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ 100 ກວ່າທ່ານ. ໃນພິທີທ່ານ ບຸນດາໄລ ເຄນນະວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆເຊໂປນ ກໍ່ໄດ້ໃຫ້ກຽດຂື້ນກ່າວເປີດກອງປະຊຸມ ແລະ ໃຫ້ກຽດເຜີຍແຜ່ເອກະສານ ແລະ ເອກະສານທີ່ນຳມາເຜີຍແຜ່ມີເອກະສານ ຄຳສັ່ງເລກທີ 01/ກມສພ ລົງວັນທີ 01/02/2017 ວ່າດ້ວຍ ການດຳເນີນຊີວິດການເມືອງ ປັບປຸງປົວແປງທົ່ວພັກ, ເອກະສານເດັດດ່ຽວ, ປັບປຸງປົວແປງພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ, ຫຼັງຈາກນັ້ນ, ທ່ານ ວົງໄຊ ໄຊຍະຈັກ ຮອງເລຂາພັກເມືອງ ຮອງເຈົ້າໆເຊໂປນ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ປະຈໍາປີ 2016 ແລະ ແຜນທິດທາງແຜນການພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2017, ເມືອງເຊໂປນເປັນເມືອງພູດອຍ ແລະ ນອນໃນເມືອງ 3 ສ້າງຂອງແຂວງສະຫວັນນະເຂດ, ທົ່ວເມືອງມີ 88 ບ້ານ,14 ບ້ານໃຫ່ຍ, 4 ກຸ່ມບ້ານ,6ຈຸດສຸມໃນນັ້ນ3ຈຸດສຸມຂອງແຂວງ ແລະ 3 ຈຸດສຸມຂອງເມືອງ, ມີພົນລະເມືອງ 55,501 ຄົນ, ຍີງ 27,781 ຄົນ, ບ້ານທຸກຍາກ 39 ບ້ານ,ມີ 4 ເຜົ່າ ຄື: ເຜົ່າຜູ່ໄທ, ລາວ, ຕຣີ ແລະ ມັງກອງ ກວມ 69 ສ່ວນຮ້ອຍ,ຜ່ານມາຄະນະພັກເມືອງເຊໂປນ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ 10 ຂອງສູນກາງພັກ, ມະຕິກອງປະຊຸມໃຫ່ຍຄັ້ງທີ 8ຂອງອົງຄະນະພັກແຂວງສະຫວັນນະເຂດ ແລະ ກອງປະຊຸມໃຫ່ຍອົງຄະນະພັກເມືອງເຊໂປນ ຄັ້ງທີ 10 ເຮັດໃຫ້ການພັດທະນາດ້ານຕ່າງໆມີການເຕີບໃຫ່ຍຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໃນກອງປະຊຸມຄັ້ງນີ້ ຍັງໄດ້ແນະນໍາວິທີຂຽນຄໍາຕໍານິສົ່ງຂ່າວປິດລັບ ແລະ ທາບທາມລົງຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ຄະນະບໍລິຫານງານພັກເມືອງ ແລະ ຫົວໜ້າຫ້ອງການ ແລະ ທຽບເທົ່າຂອງເມືອງ, ກອງປະຊຸມຄັ້ງນີ້ ຍັງໄດ້ເຈາະຈິ້ມບັນຫາຕ່າງໆໃນເຄີ່ງສະໄໝ ຂອງອົງຄະນະພັກເມືອງເຊໂປນ ເພື່ອຊອກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຂອງແຕ່ລະວຽກງານເພື່ອຈະໄດ້ນຳໄປປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ໄດ້ຮັບໝາກຜົນຢ່າງຈົບງາມ. ນອກນັ້ນ ກອງປະຊຸມຍັງໄດ້ວາງທິດທາງແຜນການໃນການຊີ້ນຳ-ນຳພາໃນແຕ່ລະວຽກງານໃນຕໍ່ໜ້າອີກດ້ວຍ ເຊີ່ງກອງປະຊຸມດັ່ງກ່າວແມ່ນຈະໄດ້ເລີ່ມແຕ່ວັນທີ 5 ຫາ 11 ມີຖຸນາ ກຳນົດ 7 ວັນຈຶ່ງສໍາເລັດ.
Editor: ກຳປານາດ ລັດຖະເຮົ້າ