ກອງປະຊຸມຄົບຄະນະຂອງຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງວຽງຈັນ ໄດ້ໄຂຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງ ທ່ານ ພັນເອກ ສີນວນ ພົມມະຈັນ ປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງວຽງຈັນ, ເປັນກຽດເຂົ້າຮ່ວມມີ ທ່ານນາງ ບົວວັນ ທຳມະວົງ ຮອງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະມາຊິກ ສະພາປະຊາຊົນ ແຂວງວຽງຈັນຊຸດທີ 1 ແລະ ບັນດາພະແນການກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.
ທ່ານ ຈິດຕະວົງ ສີສົງຄາມ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ກ່າວ ໃນຮ່າງບົດສະຫຼູບການເຄື່ອນໄຫວວຽກງານ ແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ1 ຫາ ທ້າຍປີ 2016 ແລະ ທິດທາງແຜນການ ປີ 2017 ຂອງຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບວ່າ: ຜ່ານມາໄດ້ເປັນເຈົ້າການເຄື່ອນໄຫວຕາມພາລະບົດບາດ ໂດຍສະເພາະແມ່ນການຄົ້ນຄ້ວາ, ເກັບກຳຂໍ້ມູນ, ນຳສະເໜີຄຳຄິດເຫັນ ກ່ຽວກັບ ບັນຫາທີ່ສຳຄັນຕ່າງໆຂອງຊາດ, ຂອງແຂວງ ບັນຫາທີ່ຕິດພັນກັບຂົງເຂດຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອພິຈາລະນາ ແລະ ຕົກລົງ ບັນຫາສຳຄັນ ທີ່ຖືກຮັບຮອງເອົາ ໃນກອງປະຊຸມສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ກອງປະຊຸມຄົບຄະນະປະຈຳສະພາປະຊາຊົນ ແຂວງ, ບັນດາຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ປະຈຳຢູ່ເຂດເລືອກຕັ້ງເມືອງທົ່ວແຂວງ ກໍ່ໄດ້ມີຄວາມຕັ້ງໜ້າ, ຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ ມີຂໍ້ມູນທີ່ດີ ຕິດພັນກັບຕົວຈິງສາມາດປະກອບຄຳຄິດຄຳເຫັນຕໍ່ວຽກງານສຳຄັນຂອງແຂວງ, ເປັນເຈົ້າການປະສານສົມທົບກັບຄະນະກຳມະການກ່ຽວຂ້ອງຂອງສະພາປະຊາຊົນແຂວງ ລົງເຄື່ອນໄຫວຕິດຕາມກວດກາ ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງວຽງຈັນຊຸດທີ 1 ຫາທ້າຍປີ 2016 ໄດ້ຮັບຄຳຮ້ອງຂໍ ຄວາມເປັນທຳຂອງ ປະຊາຊົນຈຳນວນ 45 ເລື່ອງ ພິຈາລະນານຳສົ່ງໃຫ້ພາກສ່ວນກ່ຽວຂ້ອງ ເປັນຜູ້ແກ້ໄຂໄດ້ 30 ເລື່ອງ. ປະຈຸບັນຄຳຮ້ອງທີ່ກຳລັງພິຈາລະນາຢູ່ 15 ເລື່ອງ, ບັນຫາທີ່ພົ້ນເດັ່ນກວ່າໝູ່ແມ່ນບັນຫາໜີ້ສິນ (ສັນຍາກູ້ຢືມ), ບັນຫາຂໍ້ຂັດແຍ່ງກຳມະສິດທີ່ດິນ (ມູນມໍລະດົກ) ແລະ ບັນຫາເງິນກອງທຶນບ້ານ.
ໃນກອງປະຊຸມຄັ້ງນີ້ ຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນ ຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນ ໃສ່ຮ່າງບົດສະຫຼູບການເຄື່ອນໄຫວວຽກງານ ປະຈຳປີ 2016 ແລະ ທິດທາງແຜນການປີ 2017 ຂອງຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຈະໄດ້ຮັບຟັງການເຜີຍແຜ່ກ່ຽວກັບພາລະບົດບາດ, ສິດໜ້າທີ່ຂອງຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຈະໄດ້ຮັບຟັງການລາຍງານ ແລະ ຄຳອະທິບາຍຊີ້ແຈງຂອງ ພະແນກການທີ່ກ່ຽວຂ້ອງ ຕໍ່ກັບບັນຫາຕ່າງໆ ທີ່ໄດ້ຮັບຮອງຈາກ ກອງປະຊຸມສະໄໝສາມັນເທື່ອທີ່ 2 ສະພາປະຊາຊົນແຂວງວຽງຈັນຊຸດທີ 1, ບາງບັນຫາທີ່ປະຊາຊົນມີຄວາມສົນໃຈ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.
Editor: ສິງຫາ ເລືອງວັນ