ພິທີມອບ-ຮັບໃບຢັ້ງຢືນໃຫ້ນັກຝຶກອົົົົບຮົມທິດສະດີ-ການເມືອງການປົກຄອງລະບົບບຳລຸງ 45 ວັນຊຸດທີ 22 ໃຫ້ສະມາຊິກພັກ-ພະນັກງານ ກຳລັງປ້ອງການຄວາມສະຫງົບແຂວງບໍລິຄຳໄຊ ໄດ້ຈັດຂື້ນຢ່າງເປັນທາງການໃນທີດຜ່ານມານີ້ ຢູ່ທີ່ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆບໍລິຄຳໄຊ, ມີ ທ່ານ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ອຳນວຍການໂຮງຮຽນທິດສະດີການເມືອງການປົກຄອງແຂວງ, ທ່ານ ພັນໂທ ຜາຂົງ ດອກມະນີຈັນ ຄະນະພັກກອງບັນຊາການ ປ.ກ.ສ ແຂວງ ມີບັນດາແຂກຖືກເຊີນພາຍໃນ ກຳລັງປ້ອງກັນຄວາມສະຫງົບ ແລະ ນັກຝຶກອົບຮົມລະບົບ 45 ວັນຊຸດທີ່ 22 ເຂົ້າຮ່ວມຢ່າງພ້ອມພຽງ ໂອກາດນີ້ ທ່ານ ພັນໂທ ອານົງ ທະນົງສັກ ອຳນວຍການໂຮງຮຽນປ.ກ.ສ ຊັ້ນຕົ້ນເລກ 4 ໄດ້ຜ່ານບົດລາຍງານການຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບບຳລຸງ 45 ວັນ ຊຸດທີ 22 ສົກປີ 2017 ໄດ້ດຳເນີນການຮຽນ-ການສອນມາແຕ່ວັນທີ່ 26 ເມສາ 2017 ເປັນຕົ້ນມາ ໃຊ້ເວລາທັງໝົດ 45 ວັນ ມີນັກຝຶກອົບຮົມທັງໝົດ 62 ຄົນ, ຍິງ 6 ຄົນ, ສ່ວນຫຼາຍແມ່ນພະນັກງານຫຼັກແຫຼ່ງພະນັກງານນຳພາ ຈາກກົມກອງອ້ອມຂ້າງກອງບັນຊາການ ປ.ກ.ສ ແຂວງບໍລິຄຳໄຊ, ສໍາລັບບົດຮຽນທີ່ນຳມາສິດສອນໃນຄັ້ງນີ້ ແມ່ນປະຕິບັດຕາມໂຄງການຫຼັກສູດ 45 ວັນ ສະບັບປັບປຸງ ທີ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ກຳນົດ ປະກອບມີ 5 ວິຊາຫຼັກລວມມີ 39 ບົດ, ມີຊົ່ວໂມງບັນຍາຍ 150 ຊົ່ວໂມງ, ຄົ້ນຄ້ວາສຳມະນາ-ແກ້ໄຂຂໍ້ຂ້ອງໃຈ 24 ຊົ່ວໂມງ, ໃນນີ້ພາກວິຊາປັດສະຍາ ມີ 8 ບົດ, ມີຊົ່ວໂມງບັນຍາຍ 31 ຊົ່ວໂມງ, ສຳມະນາຫ້ອງ-ແກ້ໄຂຂໍ້ຂ້ອງໃຈ 3 ຊົ່ວໂມງ, ພາກວິຊາເສດຖະສາດການເມືອງມີ 10 ບົດ, ຊົ່ວໂມງບັນຍາຍມີ 39 ຊົ່ວໂມງ, ຄົ້ນຄ້ວາ ແລະ ສຳມະນາຫ້ອງ-ແກ້ໄຂຂໍ້ຂ້ອງໃຈ 8 ຊົ່ວໂມງ, ພາກວິຊາລັດທິສັງຄົມນິຍົມ ມີ 8 ບົດ, ຊົ່ວໂມງບັນຍາຍ 32 ຊົ່ວໂມງ, ຄົ້ນຄ້ວາ ແລະ ສຳມະນາແກ້ໄຂຂໍ້ຂ້ອງໃຈ 3 ຊົ່ວໂມງ, ພາກວິຊາບໍລິຫານສາດມີ 8 ບົດ, ຊົ່ວໂມງບັນຍາຍມີ 29 ຊົ່ວໂມງ, ຄົ້ນຄ້ວາ 3 ຊົ່ວໂມງ, ສຳມະນາ-ແກ້ໄຂຂໍ້ຂ້ອງໃຈ 4 ຊົ່ວໂມງ, ວິຊາກໍ່ສ້າງພັກມີ 5 ບົດ, ມີ 19 ຊົ່ວໂມງ, ສຳມະນາ-ແກ້ໄຂຂໍ້ຂ້ອງໃຈ 3 ຊົ່ວໂມງ ພ້ອມນີ້ຍັງໄດ້ລົງທັດສະນະສຶກສາ ນອກໂຮງຮຽນຢູ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ອານຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ເພື່ອເຮັດໃຫ້ນັກຝຶກອົບຮົມໄດ້ຮຽນຮູ້ ແລະ ເຂົ້າໃຈກຽ່ວກັບການກຳເນີດ ການເຄື່ອນໄຫວປະຫວັດ ຂອງບັນດາທ່ານຜູ້ນຳ ໃຫ້ກຽດມອບໃບຢັ້ງຢືນ ໂດຍແມ່ນ ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆບໍລິຄຳໄຊ ພ້ອມນີ້ຍັງໄດ້ມອບ ໃບຍ້ອງຍໍໃຫ້ແກ່ນັກຮຽນດີຮຽນເກັ່ງຈຳນວນ 4 ຄົນ, ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານ ເຈົ້າແຂວງບໍລິຄຳໄຊ ເຊີ່ງທ່ານໄດ້ເໜັ້ນໃຫ້ນັກຝຶກອົບຮົມ ທີ່ຮຽນທີ່ຈົບໄປໃນຄັ້ງນີ້ ເພີ່ມທະວີຄົ້ນຄ້ວາຊອກຮູ້ຮໍ່າຮຽນດ້ວຍຫຼາຍວິທີ ທາງດ້ານທິດສະດີ ແລະ ພຶດຕິກຳຕິດພັນກັບການລົງໃກ້ສິດ ຕິດແທດຮາກຖານໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຊອກຫາພຶດຕິກຳທີ່ເປັນບົດຮຽນ ໃຫ້ແກ່ຕົນເອງ ແລະ ການຈັດຕັ້ງ ຖືສຳຄັນໃນການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ ຄູນສົມບັດສິນທຳປະຕິວັດ ຄົ້ນຄ້ວາຮໍ່າຮຽນທິດສະດີ ດັ່ງກ່າວໄປໝູນໃຊ້ໃຫ້ເກີດໝາກຜົນຕົວຈິງ, ສະນັ້ນ ຮຽກຮ້ອງໃຫ້ຄູອາຈານ ແລະ ນັກຝຶກອົບຮົມຈະຕ້ອງໄດ້ມີການໝູນໃຊ້ທິດສະດີ ເຂົ້າໃນວຽກງານຕົວຈິງຢ່າງສອດຄ່ອງ ແລະ ເປັນຮູບປະທຳຂອງການຈັດຕັ້ງປະຕິວັດວຽກງານຕົວຈິງໃຫ້ຫຼາຍຂຶ້ນ.
Editor: ກຳປານາດ ລັດຖະເຮົ້າ