ເມື່ອບໍ່ດົນມານີ້ ຫ້ອງການຍຸຕິທໍາເມືອງຄໍາ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍຊັ້ນຕົົ້ນຫຼັກສູດ ໄລຍະສັ້ນ 3 ເດືອນ ຊຸດທີ 9 ຂຶ້ນທີ່ສະໂມສອນກຸ່ມ ບຸນຖິ່ນ ເມືອງຄໍາ, ແຂວງຊຽງຂວາງຢ່າງເປັນທາງການ. ໂດຍເປັນປະທານຂອງ ທ່ານ ວຽງໄຊ ສີວິໄລ ກໍາມະການພັກແຂວງ ເລຂາພັກ ເມືອງເຈົ້າເມືອງ - ເມືອງຄໍາ, ມີ ທ່ານ ສູນທອນ ພົມມີໄຊ ຫົວໜ້າພະແນກຍຸຕິທໍາ ແຂວງຊຽງຂວາງ, ທ່ານ ໃຈເພັດ ພີມວົງສາ ຄະນະປະຈໍາພັກເມືອງ ຫົວໜ້າຫ້ອງການ - ການເງິນເມືອງຄໍາເປັນຜູ້ຊີ້ນໍາການຮຽນ - ການສອນໃນຄັ້ງນີ້, ມີຫົວໜ້າ, ຮອງຫົວໜ້າ ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ຕະຫຼອດຮອດພະນັກງານລັດຖະກອນ ຫ້ອງການຍຸ ຕິທໍາ ເມືອງ, ມີນັກວິທະຍາກອນ, ນັກສໍາມະນາກອນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ
ໃນພິທີ ທ່ານ ວັນນາ ເຮືອງແກ່ນທານ ກໍາມະການພັກເມືອງຫົວໜ້າຫ້ອງການຍຸຕິທໍາເມືອງຄໍາໄດ້ຂຶ້ນຜ່ານບົດສະຫຼຸບປິດການຮຽນ - ການສອນ ກົດໝາຍຊັ້ນຕົ້ນໄລຍະສັ້ນ 3 ເດືອນ. ໃຫ້ຮູ້ວ່າ: ການຮຽນ - ການສອນກົດໝາຍຊັ້ນຕົ້ນໄລຍະສັ້ນ 3 ເດືອນ ໃນຄັ້ງນີ້ ເປັນຄັ້ງທີ່ 9 ປະກອບມີ 10 ບ້ານຂອງກຸ່ມບຸນຖິ່ນ ຄື: ບ້ານແທ່ນໂທ້, ບ້ານແທ່ນຈອງ, ບ້ານພຽງໂຄ້ງ, ບ້ານກາງຄໍາ, ບ້ານພຽງດ້າງ, ບ້ານສົບທ້າງ, ບ້ານສົບເປິນ, ບ້ານສົບນາ, ບ້ານພຽງພ້າງ, ບ້ານສັນແກ້ວ ແລະ 7 ໂຮງຮຽນ ເຂົ້າຮຽນນໍາ, ມີນັກສໍາມະນາກອນ ທັງໝົດ 42 ທ່ານ, ຍິງ 5 ທ່ານ, ນັກວິທະຍາກອນ 20 ທ່ານ. ເນື້ອໃນຫຼັກສູດການຮຽນ - ການສອນ ທີ່ນໍາມາສຶກສາຄົ້ນຄົ້ວໃຫ້ນັກສໍາ ມະນາກອນ ໃນຄັ້ງນີ້ ລວມມີ 4 ພາກ ຄື: ພາກທິດສະດີການເມືອງການປົກຄອງ, ພາກລົງເລິກກຸ່ມ ວິຊາກົດໝາຍ, ກຸ່ມວິຊາວຽກງານຍຸຕິທໍາຮາກຖານ ແລະ ພາກເຕັກນິກການແຕ່ງເອກະສານ, ມີ 37 ວິຊາຮຽນ, ມີ 30 ໜ່ວຍກິດ ແລະ ມີ 450 ຊົ່ວໂມງຮຽນ. ໄດ້ຕີລາຄາ ຈັດປະເພດຄູອາຈານສອນດີສອນເດັ່ນຈໍານວນ 5 ທ່ານ, ສອນລະດັບປານກາງ 15 ທ່ານ, ຈັດປະເພດນັກຮຽນ ຮຽນດີ-ຮຽນເກັ່ງ ແລະ ບໍ່ຂາດຮຽນ ຈໍານວນ 7 ທ່ານ, ຍິງ 1 ທ່ານ, ຮຽນລະດັບປານກາງ ຈໍານວນ 35 ທ່ານ, ຍິງ 4 ທ່ານ
ນອກຈາກນີ້ ໃນພິທີຍັງໃນມອບໃບປະກາດ ສະນີຍະບັດ ໃຫ້ນັກສໍາມະນາກອນ ໂດຍໃຫ້ກຽດຂຶ້ນມອບຂອງ ທ່ານ ວຽງໄຊ ສີວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງຄໍາ ພ້ອມນີ້ຍັງໄດ້ມອບໃບຍ້ອງຍໍ, ໃບກຽດຕິຄຸນ ໃຫ້ຜູ້ທີ່ມີຜົນງານຮຽນດີ, ຮຽນເກັ່ງ, ສອນດີ-ສອນເດັ່ນ. ເປັນກຽດຂຶ້ນມອບໂດຍ ທ່ານ ສູນທອນ ພັນມີໄຊ ຫົວໜ້າພະແນກຍຸຕິທໍາແຂວງ. ຕອນທ້າຍ ທ່ານ ວຽງໄຊ ສີວິໄລ ເລຂາພັກເມືອງເຈົ້າເມືອງ-ເມືອງຄໍາ ໄດ້ຂຶ້ນປະກອບຄໍາຄິດຄໍາເຫັນ ແລະ ໃຫ້ທິດຊີ້ນໍາ ພ້ອມທັງຍ້ອງຍໍຊົມເຊີຍໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານການຮຽນ - ການສອນໄລຍະ 3 ເດືອນຜ່ານມາ, ທ່ານຍັງໄດ້ເໜັ້ນໜັກບາງຕອນໃຫ້ ນັກສໍາມະນາກອນວ່າ: ເມື່ອພວກສະຫາຍໄດ້ຮຽນຮູ້ ແລະ ສໍາເລັດຫຼັກສູດກົດໝາຍ ຊັ້ນຕົນໄລຍະສັ້ນ 3 ເດືອນນີ້ແລ້ວຈຶ່ງພ້ອມກັນຈັດຕັ້ງປະຕິບັດຂໍ້ຂັດແຍ້ງຕ່າງໆທີ່ເກີດຂຶ້ນ ກັບບ້ານຂອງຕົນເອງໃຫ້ມັນຖືກຕ້ອງ, ແທດເໝາະ ແລະ ສອດຄ່ອງກັບສະພາບຄວາມ ເປັນຈິງເພື່ອເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນໃຫ້ມີຄວາມສາມັກຄີຢ່າງ ແໜ້ນແຟ້ນ ແລະ ຫຼີກລ້ຽງປະກົດການຍໍ້ທໍ້ຕ່າງໆໃຫ້ຫຼຸດລົງເປັນກ້າວໆ
Editor: ກຳປານາດ ລັດຖະເຮົ້າ