ໃນວັນທີ 11 ພຶດສະພາ 2018 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານນາງ ກາວ ຢ້ຽນ ຮອງລັດຖະມົນຕີກະຊວງການຄ້າ ແຫ່ງ ສປ ຈີນ, ທັງເປັນປະທານຄະນະກຳມະການຮ່ວມມື ຈີນ-ລາວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 9 ຂອງຄະນະກຳມະການຮ່ວມມືເສດຖະກິດ-ການຄ້າ ລາວ-ຈີນ ໃນລະຫວ່າງວັນທີ 10-12 ພຶດສະພາ 2018 ຢູ່ນະຄອນຫຼວງວຽງຈັນ.
ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັນສອງຝ່າຍ ລາວ-ຈີນ ກໍ່ຄືຂອງຄະນະກຳມະການຮ່ວມມື ລາວ-ຈີນ, ຈີນ-ລາວ ໂດຍສະເພາະ ເປັນການເສີມຂະຫຍາຍ ໝາກຜົນຂອງການມາຢ້ຽມຢາມລາວ ຂອງທ່ານ ສີ ຈິ້ນ ຜິງ ປະທານປະເທດແຫ່ງ ສປ ຈີນ ໃນປີທີ່ຜ່ານມາ ທີ່ການນຳຂັ້ນສູງຂອງສອງປະເທດ ໄດ້ຕົກລົງຮ່ວມກັນຫຼາຍດ້ານ ເຮັດໃຫ້ສາຍພົວພັນຂອງສອງປະເທດ ທີ່ເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ຍາວນານ ແລະ ໝັ້ນຄົງ ພາຍໃຕ້ຄຳຂວັນ 4 ດີ ແລະ ເປັນຄູ່ຮ່ວມໂຊກຊະຕາກຳດຽວກັນ ພາຍໃຕ້ອຸດົມການສັງຄົມນິຍົມ. ພ້ອມນີ້, ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມ ຄັ້ງທີ 9 ຂອງຄະນະກຳມະການຮ່ວມມືເສດຖະກິດ-ການຄ້າ ລາວ-ຈີນ ຊຶ່ງພ້ອມກັນຕີລາຄາບັນດາໂຄງການຍຸດທະສາດການຮ່ວມມື ລາວ-ຈີນ ເປັນຕົ້ນ ການຈັດຕັ້ງປະຕິບັດນະໂຍບາຍ ໜຶ່ງແລວ-ໜຶ່ງເສັ້ນທາງ ຂອງປະທານປະເທດ ສີ ຈິ້ນ ຜິງ ແລະ ສປປ ລາວ ກໍ່ໄດ້ຈັດຕັ້ງປະຕິບັດ ໃນການຫັນຈາກປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ໃນນັ້ນ, ການປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ກໍ່ເຫັນວ່າມີຄວາມຄືບໜ້າຫຼາຍ ແລະ ເຊື່ອແນ່ວ່າ ໃນທ້າຍປີ 2021 ຈະສາມາດເປີດນຳໃຊ້ໄດ້ຢ່າງເປັນທາງການ. ສ່ວນດ້ານຂໍ້ຄົງຄ້າງຕ່າງໆ ທັງສອງຝ່າຍ ແມ່ນຈະໄດ້ພ້ອມກັນຊອກຫາວິທີການແກ້ໄຂທີ່ເໝາະສົມ ແລະ ສອດຄ່ອງກັບສະພາບຕົວຈິງ.
ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງລັດຖະບານ ສປ ຈີນ ລວມເຖິງການຮ່ວມມືຊ່ວຍເຫຼືອ ໃນໄລຍະຜ່ານມາ ອັນເປັນການປະກອບສ່ວນຢ່າງໃຫຍ່ຫຼວງ ໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືວຽກງານແກ້ໄຂຄວາມທຸກຍາກຂອງປະຊາຊົນລາວ ໃນໄລຍະໃໝ່. ແລະ ຂອບໃຈເປັນຢ່າງສູງ ຕໍ່ການເຊື້ອເຊີນ ສປປ ລາວ ເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ທີ່ຈະຈັດຂຶ້ນໃນເດືອນມິຖຸນາ 2018 ທີ່ຄຸນໝິງ, ສປ ຈີນ. ອັນເປັນການເປີດໂອກາດໃຫ້ບັນດາສິນຄ້າທີ່ເປັນທ່າແຮງຂອງລາວ ໄດ້ມີເວທີແລກປ່ຽນ, ຂະຫຍາຍຕະຫຼາດ ແລະ ຖອດຖອນບົດຮຽນ ກັບນາໆປະເທດ ທັງເປັນການສ້າງຄູ່ຮ່ວມມື ໃນຮູບແບບສອງຝ່າຍ ແລະ ຫຼາຍຝ່າຍ ເຮັດໃຫ້ສິນຄ້າລາວ ເປັນທີ່ຮູ້ຈັກຫຼາຍຂຶ້ນ ຢູ່ໃນພາກພື້ນ ແລະ ສາກົນ.
ທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ທ່ານນາງ ກາວ ຢ້ຽນ ຕ່າງກໍ່ໄດ້ສະແດງຄວາມຫວັງວ່າ ສາຍພົວພັນການຮ່ວມມືຂອງສອງປະເທດ ລາວ-ຈີນ, ຈີນ-ລາວ ນັບມື້ນັບຈະໄດ້ຮັບການກະຕຸກຊຸກຍູ້ ແລະ ເສີມຂະຫຍາຍ ຂຶ້ນໄປເລື້ອຍໆ.
Editor: ກຳປານາດ ລັດຖະເຮົ້າ