ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດກອງປະຊຸມໃຫຍ່ຄະນະສະຫະພັນແມ່ຍິງຮາກຖານ ສະຖາບັນຍຸຕິທຳແຫ່ງຊາດ ຄັ້ງທີ 1 ໃນວັນທີ 10 ພຶດສະພາ 2018 ຜ່ານມາ ໂດຍມີ ສະຫາຍ ນາງ ຄຳພວງ ທິບພະວົງ ປະທານສະຫະພັນແມ່ຍິງຮາກຖານ ສະຖາບັນຍຸຕິທຳແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມເປັນປະທານໃນຄັ້ງນີ້ ສະຫາຍ ບຸນຕາ ສໍຜາບມີໄຊ ຄະນະບໍລິຫານງານພັກ ກະຊວງຍຸຕິທຳ ທັງເປັນຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ສະຫາຍ ນາງ ສົມຍົດ ໜູລິດວົງກົດ ຮອງຄະນະສະຫະພັນແມ່ຍິງ ກະຊວງຍຸຕິທໍາ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ຕາງໜ້າໜ່ວຍແມ່ຍິງແຕ່ລະໜ່ວຍຂອງ ກະຊວງຍຸຕິທຳ ພ້ອມດ້ວຍ ສະມາຊິກແມ່ຍິງຂອງສະຖາບັນຍຸຕິທຳແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງກອງປະຊຸມ ໃນຄັ້ງນີ້ ແມ່ນເພື່ອຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງຮາກຖານສະຖາບັນແຫ່ງຊາດ ຊຶ່ງເປັນຮາກຖານໜຶ່ງທີ່ຂຶ້ນກັບກະຊວງຍຸຕິທຳ ຮາກຖານດັ່ງກ່າວ ແມ່ນການໂຮມກັນ ລະຫວ່າງ ໜ່ວຍແມ່ຍິງຮາກຖານສະຖາບັນຝຶກອົບຮົມວຽກງານຍຸຕິທຳໃນເມື່ອກ່ອນ ແລະ ວິທະຍາໄລກົດໝາຍ ແຫ່ງ ສປປ ລາວ ມາເປັນສະຫະພັນແມ່ຍິງຮາກຖານສະຖາບັນຍຸຕິທຳແຫ່ງຊາດ ນັບແຕ່ປີ 2015-2017 ມີຈຳນວນ ສະມາຊິກທັງໝົດ 1,530 ສະຫາຍ.
ໃນນັ້ນ ສະມາຊິກຈຳນວນໜຶ່ງ ໄດ້ຍົກຍ້າຍໄປປະຈຳການບ່ອນອື່ນ ເນື່ອງຈາກວ່າຈົບການສຶກສາ ແລະ ໄປເຄື່ອນໄຫວສຶກສາຕໍ່ທີ່ຕ່າງປະເທດ ຈຳນວນ 463 ສະຫາຍ. ເປັນພະນັກງານ, ຄູ-ອາຈາ ຈຳນວນ 36 ສະຫາຍ ແລະ ນັກສຶກສາ 427 ສະຫາຍ. ຈາກນັ້ນ, ກໍໄດ້ຜ່ານບົດສຳຫຼວດການນຳພາຂອງຄະນະສະຫະພັນແມ່ຍິງຮາກຖານ ສະຖາບັນຍຸຕິທຳແຫ່ງຊາດ, ຜ່ານມາດຕະຖານ ແລະ ເງື່ອນໄຂ ຂອງຜູ້ສະມັກເລືອກຕັ້ງ ເຂົ້າເປັນຄະນະສະຫະພັນແມ່ຍິງຮາກຖານສະຖາບັນຍຸຕິທຳແຫ່ງຊາດ ຊຸດທີ 2, ຜ່ານຂໍ້ຕົກລົງ, ລະບຽບການປ່ອນບັດ ແລະ ການນຳພາການປ່ອນບັດ. ສຳລັບການສະມັກຄັດເລືອກໃນຄັ້ງນີ້ ມີ 7 ສະຫາຍ ຄັດເອົາ 5 ສະຫາຍ ຜົນຂອງການຄັດເລືອກໄດ້ ມີລາຍຊື່ ດັ່ງລຸ່ມນີ້:
1. ສະຫາຍ ນາງ ທຸມມະລາ ສີຫະປັນຍາ ເປັນປະທານ
2. ສະຫາຍ ນາງ ຈັນທະຈອນ ແສງສຸລິຈັນ ເປັນຮອງປະທານ
3. ສະຫາຍ ນາງ ຄຳພວງ ທິບພະຈັນ ເປັນຄະນະ, ທັງເປັນປະທານກວດກາ
4. ສະຫາຍ ນາງ ປາດຖະໜາ ບຸນເພັງ ເປັນຄະນະ
5. ສະຫາຍ ນາງ ກິ່ມມີລຽມ ວິສາວານ ເປັນຄະນະ
ຫຼັງຈາກນັ້ນ, ຄະນະສະຫະພັນແມ່ຍິງຮາກຖານ ຊຸດໃໝ່ ກໍໄດ້ຂຶ້ນກ່າວຮັບໜ້າທີ່ ແລະ ໃຫ້ຄຳໝັ້ນສັນຍາວ່າ: ຈະພ້ອມກັນຄົ້ນຄ້ວາເຊື່ອມຊຶມ ແລະ ປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ, ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຍຸຕິທຳ, ນະໂຍບາຍຂອງພັກ ກໍຄືແຜນການຂອງອົງຄະນະພັກ ກະຊວງຍຸຕິທຳ ວາງອອກໃຫ້ປະສົບຜົນສຳເລັດ, ປັບປຸງການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກໃຫ້ເຂັ້ມແຂງ ແລະ ສອດຄ່ອງຕາມລະບຽບແບບແຜນທີ່ກຳນົດໄວ້.
ໃນພິທີ ສະຫາຍ ບຸນຕາ ສໍ.ຜາບມີໄຊ ຄະນະບໍລິຫານງານພັກ ກະຊວງຍຸຕິທຳ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະສະຫະພັນແມ່ຍິງຮາກຖານ ຊຸດໃໝ່ ດັ່ງນີ້:
1. ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານ ໃຫ້ເປັນປົກດະຕິ;
2. ເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ໜັກແໜ້ນ ແລະ ກວ້າງຂວາງ;
3. ເອົາໃຈໃສ່ປັບປຸງການຈັດຕັ້ງ ໃຫ້ເຂັ້ມແຂງຮອບດ້ານ ໂດຍສະເພາະ ພາຍໃນຄະນະໃຫ້ມີຄວາມເປັນເອກະພາບ ມີການນຳພາເຄື່ອນໄຫວວຽກງານຢ່າງເປັນລະບົບ;
3. ສືບຕໍ່ ຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວໃຫ້ເປັນຂະບວນຟົດຟື້ນ, ກ້ວາງຂວາງ ແລະ ມີຄຸນນະພາບ;
5. ປຸກລະດົມເອື້ອຍນ້ອງແມ່ຍິງ ປະກອບສວນ ເຂົ້າໃນຂະບວນການຕ່າງໆ ໃຫ້ພົ້ນເດັ່ນຂຶ້ນ ເທື່ອລະກ້າວ.
Editor: ກຳປານາດ ລັດຖະເຮົ້າ