ກາງເດືອນພຶດສະພານີ້, ຫ້ອງວ່າການປົກຄອງເມືອງຫົງສາ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ ປະຈຳປີ 2017 ຂຶ້ນ ຢູ່ທີ່ສະໂມສອນຂອງປົກຄອງເມືອງ, ໂດຍການເປັນປະທານຂອງ ທ່ານ ແຫຼ້ ອ່ອນສົມບູນ ຫົວໜ້າຫ້ອງວ່າການປົກຄອງເມືອງຫົງສາ ແລະ ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້, ມີທ່ານ ພອນສະຫວັນ ໄຊສົມພັນ ຮອງເຈົ້າເມືອງຫົງສາ, ທ່ານ ອາລຸນສັກ ລິນທະວົງ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງໄຊຍະບູລີ, ມີຫົວໜ້າ-ຮອງຫົວໜ້າ, ຫົວໜ້າໜ່ວຍງານບໍລິຫານຫ້ອງການແຕ່ລະຫ້ອງການ, ກົມກອງອ້ອມຂ້າງເມືອງ ຕະຫຼອດຮອດພະນັກງານວິຊາການຫ້ອງວ່າການປົກຄອງເມືອງຫົງສາ ແລະ ນາຍບ້ານເທສະບານເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສະຫຼຸບ ຕີລາຄາຄືນຢ່າງພາວະວິໄສ ແລະ ເລິກເຊິ່ງຕໍ່ການເຄື່ອນໄຫວວຽກງານຫ້ອງວ່າການ ປີ 2017 ໃນໄລຍະໜຶ່ງປີຜ່ານມາ, ທິດທາງແຜນການ ປະຈຳປີ 2018 ແລະ ຮັບຟັງການສະເໜີການຍົກສູງ ຄຸນນະພາບການເປັນເສນາທິການຮັບໃຊ້ການນໍາ, ການຍົກສູງຄຸນນະພາບໃນການສ້າງແຜນດຳເນີນງານ ຂອງຄະນະພັກຂັ້ນຂອງຕົນ, ຍົກສູງຄຸນນະພາບ ວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະໃໝ່ ແລະ ບົດແນະນຳ ກ່ຽວກັບ ການຈັດຕັ້ງ-ການເຄື່ອນໄຫວຂອງຫ້ອງວ່າການຂັ້ນເມືອງ. ນອກນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງ ການປະກອບຄໍາຄິດຄໍາເຫັນ ຈາກທຸກພາກສ່ວນທີ່ເຂົ້າຮ່ວມດ້ວຍຄວາມຮັບຜິດຊອບສູງຢ່າງກົງໄປກົງມາ ແລະ ສ້າງສັນ.
ຈາກນັ້ນ, ກໍໄດ້ຮັບຟັງການໂອ້ລົມຂອງ ທ່ານ ພອນສະຫວັນ ໄຊສົມພັນ, ເຊີ່ງກ່ອນອຶ່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານການຈັດຕັ້ງໃນໄລຍະຜ່ານມາ ພ້ອມທັງສະແດງເຖິງຄວາມເປັນຮ່ວງເປັນໃຍ ແລະ ໃຫ້ຄວາມໝາຍສໍາຄັນຕໍ່ວຽກງານຫ້ອງວ່າການ. ໂດຍໃຫ້ທິດຊີ້ນຳ ບັນຫາໃຈກາງທີ່ຄວນເອົາໃຈໃສ່, ໂດຍສະເພາະການເຊື່ອມຊຶມຕໍ່ພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງຕົນໃຫ້ໜັກແໜ້ນເລິກເຊິ່ງຈະແຈ້ງ, ບໍ່ກ້າວກ່າຍວຽກງານຂອງກັນ ແລະ ກັນ. ນັບທັງພະນັກງານນຳພາ, ພະນັກງານວິຊາການ ແລະ ພະນັກງານບໍລິຫານຮັບໃຊ້ໃນການເສີມຂະຫຍາຍ ບົດບາດເປັນເສນາທິການ, ການປະສານງານ, ການບໍລິການ ແລະ ຮັບໃຊ້ໃຫ້ແກ່ການນຳຂັ້ນເທິງນັບມື້ນັບສູງຂຶ້ນ, ຮັບປະກັນການເປັນໃຈກາງ, ການປະສານງານກັບບັນດາອົງການຈັດຕັ້ງຕ່າງໆ, ເປັນຂົວຕໍ່ລະຫວ່າງຂັ້ນເທິງກັບຂັ້ນລຸ່ມ ແລະ ຂັ້ນລຸ່ມກັບຂັ້ນເທິງ, ການພົວພັນວຽກງານ ລະຫວ່າງ ສາຍຕັ້ງ ແລະ ສາຍຂວາງ, ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.
ໃນຕອນທ້າຍຂອງກອງປະຊຸມ ໄດ້ມີການມອບໃບຍ້ອງຍໍ ແລະ ຊົມເຊີຍຈາກແຂວງ-ເມືອງ ໃຫ້ບຸກຄົນດີເດັ່ນທີ່ມີຜົນງານໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນຂົງເຂດຫ້ອງວ່າການເມືອງຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ