ວັນທີ 15 ພຶດສະພາ 2018 ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງສາກົນ ໂດຍການເປັນປະທານຂອງ ທ່ານ ສົມນິດ ສີລິບຸນລຽງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ຊຶ່ງມີບັນດາຫົວໜ້າ-ຮອງຫ້ອງການ, ຂະແໜງ ແລະພະນັກງານ-ລັດຖະກອນເຂົ້າຮ່ວມ.
ໃນພິທີ, ບັນດາທ່ານຫົວໜ້າ-ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານວັນສຳຄັນຕ່າງໆ ຄື: ເອກະສານວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 58 ປີ ; ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 59 ປີ; ວັນກຳມະກອນສາກົນ ຄົບຮອບ 132 ປີ; ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 128 ປີ; ວັນຄ້າຍວັນເກີດ ທ່ານ ກາກມາກ ຄົບຮອບ 200 ປີ; ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 64 ປີ ແລະ ເອກະສານວັນໄຊຊະນະຂອງສະຫະພາບໂຊວຽດ ເໜືອຟາຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ 2 ຄົບຮອບ 73 ປີ .
ຈຸດປະສົງໃນການຈັດພິທີປາຖະກະຖາ ໃນຄັ້ງນີ້ ເພື່ອເປັນການໂຄສະນາສຶກສາອົບຮົມດ້ານການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກໃນຂົງເຂດອົງການໄອຍະການປະຊາຊົນແຂວງຮັບຮູ້ເຂົ້າໃຈກ່ຽວກັບຄວາມໝາຍສຳຄັນ ແລະ ມູນເຊື້ອຂອງວັນປະຫວັດສາດດັ່ງກ່າວ ຢ່າງເລິກເຊິ່ງ ແລະກວ້າງຂວາງ ເພື່ອພ້ອມກັນເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງວັນສຳຄັນເຫຼົ່ານັ້ນ ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານ, ສະມາຊິກພັກທີ່ດີຂອງພັກ-ຂອງລັດ, ຮັບໃຊ້ຊາດ-ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດສັດຊື່ ມີຄວາມຈົ່ງຮັກພັກດີ ແລະ ເພີ່ມທະວີຄວາມຮັບຜິດຊອບເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ມອບໝາຍ ໃຫ້ມີຜົນສຳເລັດທີ່ດີ ກວ່າເກົ່າ ທັງນີ້ແນໃສ່ໃຫ້ພະນັກງາສາມະຊິກພັກໃນທົ່ວອົງການໄອຍະການກາຍ ເປັນຜູ້ສືບທອດທີ່ດີໃນຕໍ່ໜ້າ.
Editor: ກຳປານາດ ລັດຖະເຮົ້າ