ເມື່ອບໍ່ດົນນີ້, ຄະນະບໍລິຫານງານຊາວໝຸ່ມເມືອງພູກູດ ໄດ້ເດີນທາງມາທັດສະນະແລກປ່ຽນບົດຮຽນຢູ່ເມືອງຄຳ, ໃນການເດີນທາງມາຄັ້ງນີ້ ນໍາພາໂດຍ ທ່ານນາງ ດວງຈັນ ນັນທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງພູກູດ ໄດ້ມາສົມທົບກັບ ຄະນະບໍລິຫານງານຊາວໜຸ່ມເມືອງຄຳ, ຈາກນັ້ນກໍ່ເດີນທາງໄປສະຖານທີແຫຼ່ງທ່ອງທ່ຽວຖໍ້າປິວ ເມື່ອໄປເຖິງສະຖານທີດັ່ງກ່າວກໍ່ໄດ້ຮັບຟັງການບັນຍາຍປະຫັວດຄວາມເປັນມາຂອງຖໍ້າປິວ ໂດຍ ທ່ານ ກອງສີ ສົມສະນິດ ພະນັກງານ ຮັບຜິດຊອບ ສະຖານທີ່ທ່ອງທ່ຽວປະຫວັດສາດຖໍ້າປິ່ວ, ພາຍຫລັງຮັບຟັງປະຫວັດຖໍ້າປິວແລ້ວ ຄະນະຜູ້ແທນຊາວຫນຸ່ມ ກໍ່ເລາະທ່ຽວຊົມສະຖານທີ່ຖໍ້າປິວ ແລະ ຜັກຜ່ອນຕາມອັດຕະຍາໃສ.
ຕອນແລງວັນດຽວກັນນັ້ນ, ກໍ່ໄດ້ມີພິທີແລກປ່ຽນຖອດຖອນບົດຮຽນທັງ 2 ເມືອງ ເຊີ່ງຈັດຊື້ນທີ່ຢູ່ສະໂມສອນສຳນັກງານປົກຄອງເມືອງຄຳ, ແຂວງຊຽງຂວາງ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ພົມມາ ເທບທິລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ເມືອງຄຳ, ມີ ທ່ານ ຄຳປ້ານ ແສນສຸພັນ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ເມືອງພູກູດ, ມີ ທ່ານ ຄຳເພັດ ໄຊຍະພັກ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຄຳ, ມີ ທ່ານນາງ ດວງຈັນ ນັນທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງພູກູດ, ມີເລຂາ, ຮອງເລຂາແຕ່ລະໜ່ວຍທັງ 2 ເມືອງ ພ້ອມດ້ວຍສະມາຊິກຊາວໜຸ່ມ ຈຳນວນໜຶ່ງເຂົ້າຮ່ວມ. ພິທີພົບປະດັ່ງກ່າວເປັນກຽດກ່າວຕ້ອນຮັບໂດຍ ທ່ານ ພົມມາ ເທບທິລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ເມືອງຄຳ.
ໃນພິທີ ທ່ານ ຄໍາເພັດ ໄຊຍະພັກ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຄຳ ໄດ້ຂຶ້ນຜ່ານບົດລາຍງານໂດຍຫໍ້ຍໃຫ້ຮູ້ວ່າ: ຫ້ອງການຊາວໜຸ່ມເມືອງຄໍາ ປະກອບມີພະນັກງານທັງໝົດ 8 ສະຫາຍ, ຍິງ 8 ສະຫາຍ, ທົ່ວເມືອງມີຄະນະບໍລິຫານງານ 19 ສະຫາຍ, ຍິງ 4 ສະຫາຍ, ມີ 3 ໜ່ວຍຮາກຖານ ( ມີ 20 ໜ່ວຍທີ່ຂຶ້ນກັບ) ແລະ ມີໜ່ວຍເອກະລາດ 123 ໜ່ວຍ ລວມທັງໝົດມີ 143 ໜ່ວຍ, ມີຊາວໜຸ່ມທົ່ວໄປ ອາຍຸ 15-35 ປີ ມີຈໍານວນ 5,338 ສະຫາຍ, ຍິງ 2,082 ສະຫາຍ, ທົ່ວເມືອງມີສະມາຊິກຊາວໜຸ່ມ ທັງໝົດ 2,707 ສະຫາຍ, ຍິງ 975 ສະຫາຍ, ເຂົ້າເປັນສະມາຊິກພັກ 393 ສະຫາຍ, ຍິງ 127 ສະຫາຍ, ຜ່ານມາຄະນະຊາວໜຸ່ມພວກເຮົາໄດ້ລົງໄປສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນ ໃຫ້ມີນໍ້າໃຈຮັກຊາດຮັກບ້ານເກີດເມືອງນອນ, ກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ລົງເຜີຍແຜ່ເອກະສານິຕິກຳຕ່າງໆ, ເຊີນອາດີດນັກຮົບເກົ່າເລົ່າມູນເຊື້ອເປີດກອງປະຊຸມຮ່ວມກັບອຳນາດການປົກຄອງທ້ອງຖິ່ນ ເພື່ອພ້ອມຊອກທາງອອກແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ-ເຍົາວະຊົນ ເພື່ອແນ່ໃສ່ໃນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນ ແລະ 4 ບຸກຂອງຊາວໜຸ່ມ ໄປຄຽງຄູ່ກັບການປະຕິບັດຄຳຂັວນຮັກຊາດ ແລະ ພັດທະນາ ເອົາໃຈໃສ່ຕິດຕາມຊຸກຍູ້ ໃຫ້ມະຫາຊົນໄດ້ເຂົ້າເຄື່ອນໄຫວເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃນ 1 ປີຜ່ານມາ ສາມາດປະຕິບັດໄດ້ 867 ສະຫາຍ, ຍິງ 298 ສະຫຍາຍ, ປັບປຸງໜ່ວຍໄດ້ 51 ໜ່ວຍ, ແຍກໜ່ວຍໄດ້ 10 ໜ່ວຍ, ເປີດຂະບວນການແຂ່ງຂັນ 4 ບຸກ ປະຈຳປີ ປະຕິບັດໄດ້ 129 ໜ່ວຍ, ນອກນີ້, ຍັງມີຈຸດດີຍ້ອນມີຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະປະຈໍາພັກເມືອງໃຫ້ການໃກ້ສິດຕິດແທດຊີ້ນຳນຳພາໂດຍກົງ, ຄະນະບໍລິຫານງານຊາວໜຸ່ມເມືອງ, ຄະນະຮາກຖານ, ຄະນະໜ່ວຍຕະຫຼອດຮອດສະມາຊິກໃຫ້ຄວາມຮ່ວມມືໃນການລົງເຮັດວຽກຄຽງຄູ່ ຈຸດດີ ຍັງມີຂໍ້ຫຍຸ້ງຍາກ ຍ້ອນບໍ່ມີພາຫະນະໃນການລົງໄປເຮັດວຽກ ແລະ ອຸປະກອນຮັບໃຊ້ຫ້ອງການ ຍັງບໍ່ທັນພຽງພໍ, ງົບປະມານສົ່ງເສີມວຽກງານຂະບວນການບໍ່ມີ, ເງິນບໍລິຫານມີຈຳກັດ ເຊິ່ງບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກ ແລະ ວຽກງານອື່ນໆຕື່ມອີກ.
ຈາກນັ້ນ ທ່ານນາງ ດວງຈັນ ນັນທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງພູກູດ ກໍ່ໄດ້ຜ່ານບົດລາຍລາຍເມືອງຂອງຕົນເອງເພື່ອເປັນການແລກປ່ຽນບົດຮຽນຖອດຖອນບົດຮຽນນຳກັນ ຫຼັງຈາກນັ້ນ ກໍ່ໃຫ້ແຂກກອງປະຊຸມປະກອບຄຳຄິດຄຳເຫັນ ແລກປ່ຽນສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເປັນການພັດທະນາເມືອງຂອງຕົນເອງໃຫ້ມັນດີຂຶ້ນເທື່ອລະກ້າວ, ພ້ອມດຽວກັນນັ້ນ ກໍ່ໄດ້ມອບຂອງຂັວນເປັນທີ່ລະນຶກໃຫ້ແກ່ເມືອງຄຳ ຂຶ້ນມອບໂດຍ ທ່ານນາງ ດວງຈັນ ນັນທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງພູກູດ ຂຶ້ນຮັບ ທ່ານ ຄໍາເພັດ ໄຊຍະພັກ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຄຳ.
ຈຸດປະສົງກໍ່ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ສາຍສໍາພັນ ລະຫ່ວາງ ເມືອງກັບເມືອງ ໃຫ້ມີຄວາມແໜ້ນແຟ້ນ ແລະ ເປັນການແລກປ່ຽນບົດຮຽນນໍາກັນໃນການຈັດຕັ້ງປະຕິບັດໜ້າວຽກງານຕ່າງໆ ແລະ ເປັນແບບຢ່າງແບບແຜນວິທີການເຮັດວຽກໃຫ້ແກ່ລຸ້ນຕໍ່ໆໄປໄດ້ຮຽນຮູ້.
Editor: ກຳປານາດ ລັດຖະເຮົ້າ