ໃນວັນທີ 17 ພຶດສາພາ 2018 ຢູ່ທີ່ ເມືອງບົວລະພາ, ແຂວງຄໍາມ່ວນ ໄດ້ຈັດປະຖະກະຖາ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສາຫົງບ ປະຊາຊົນລາວ ຄົບຮອບ 57 ປີ ໂດຍການເປັນປະທານຂອງ ທ່ານ ບຸນກ້ວາງ ແກ້ວບຸນຍົງ ຫົວຫນ້າກອງບັນຊາການທະຫານເມືອງ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ ພະນັກງານວິຊາການ ທະຫານ, ຕໍາຫລວດ ເຂົ້າຮ່ວມ.
ເພື່ອປະຕິບັດຕາມ ຄຳແນະນຳ ຂອງຄະນະໂຄສະນາອົບຮົມແຂວງຄຳມ່ວນ ສາບັບເລກທີ 248/ ຄອຂ ລົງວັນທີ 27 ມີນາ 2018 ວ່າດ້ວຍ ການຄະນະໂຄສານາ ປະຖະກະຖາ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫົງບ ປະຊາຊົນລາວ ຄົບຮອບ 57 ປີ. ເຊີ່ງ ທ່ານ ບຸນກ້ວາງ ແກ້ວບຸນຍົງ ຫົວໜ້າກອງບັນຊາການທະຫານ ເມືອງບົວລະພາ ກໍ່ໄດ້ຜ່ານເອກະສານ ວັນສ້າງສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບ ປະຊົນລາວ ຄົບຮອບ 57 ປີ ເຊິ່ງຈຸດປະສົງໃນການເຊື່ອມຊືມເອກະສານ ໃນຄັ້ງນີ້ ກໍ່ເພື່ອສືກສາອົບຮົມ ໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ແລະ ປະຊາຊົນ ໃຫ້ມີຄວາມຮັບຮູ້ ແລະ ເຊື່ອມຊືມ ຕໍ່ມູມເຊື້ອແຫ່ງການກຳເນີດເຕີບໃຫ່ຍເຂັ້ມແຂງ ເດັດດຽວໜຽ້ວແໜ້ນ ແລະ ສູ້ຮົບມີໄຊ ຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ໃນໄລຍະ 57 ປີ ຜ່ານມາ.
Editor: ກຳປານາດ ລັດຖະເຮົ້າ