ພິທີປາຖະກາຖາດັ່ງກ່າວ ໄດ້ຈັດຂື້ນທີ່ຫ້ອງປະຊຸມ ພະແນກຟຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໂດຍມີ ຄະນະນໍາພະແນກ, ພະນັກງານລັດຖະກອນຫລັກແຫລງພາຍໃນພະແນກ 100 ກວ່າທ່ານ ເຂົ້າຮ່ວມ ຢ່າງພ້ອມພຽງ, ເຊີ່ງການປາຖະກາຖາ 2 ວັນປະຫວັດສາດໃນຄັ້ງນີ້ ໂດຍການປາຖະກາຖາ ຂອງ ທ່ານ ເຂັມເພັດ ແພງດວງຈັນ ຫົວຫນ້າຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ
ການປາຖະກາຖາ ດັ່ງກ່າວ ທ່ານ ຫົວຫນ້າຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນເຖິງຄວາມຄວາມອົດທົນ, ໄຫວພິບ ສະຕິປັນຍາ ຂອງຜູ້ນໍາລາວ ຕໍ່ສູ້ເພື່ອປະເທດຊາດ, ປະຊາຊົນລາວບັນດາເຜົ່າ ເອົາຊະນະສັດຕູ ຈົນກ້າວມາສູ້ໄຊຊະນະ ອັນສະຫງ່າງາມ. ທັງນີ້ກໍ່ເພື່ອເປັນການເຮັດໃຫ້ ພະນັກງານຫລັກແຫລ່ງ ພາຍໃນພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ ໄດ້ກໍາແຫນ້ນເນື້ອໃນ ທັດສະນະຄວາມຄິດ ແລະ ມູນເຊື້ອອັນພິລະອາດຫານຂອງຜູ້ນໍາລາວໃນເມື່ອກ່ອນ ເຖິງຄວາມເສຍສະຫລະ ອັນຍິ່ງໃຫຍ່ ເພື່ອປະເທດຊາດ ແລະ ປະຊາຊົນລາວ ເຮົາ. ພ້ອມກັນນັນ ທ່ານຫົວຫນ້າຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ ຍັງໄດ້ຍົກໃຫ້ເຫັນຄວາມຫມາຍສໍາຄັນ ແລະ ປັດໄຈພື້ນຖານໃນການຜ່າວົງປິດລ້ອມ ຂອງກອງພັນທີ 2 ຄື:
- ສ່ອງແສງໃຫ້ເຫັນການນໍາພາອັນຖືກຕ້ອງ ສະຫລາດສ່ອງໃສ, ຂະບວນການຕໍ່ສູ້ແມ່ນເປັນທໍາ, ສະນັ້ນ ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ຢັ້ງຢືນໃຫ້ເຫັນ ຢ່າງຈະແຈ້ງວ່າ: ສິນທໍາ ຍາມໃດ ກໍ່ຊະນະອະທໍາ
- ການຜ່າວົງປິດລ້ອມ ຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫລວງ ຂອງກໍາລັງປະກອບອາວຸດ ໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ-ຂອງກອງທັບ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດ ໃຫ້ແກ່ຂະບວນການຕໍ່ສູ່ຂອງກອງທັບ ແລະ ປະຊາຊົນ ຍາດເອົາໄຊຊະນະ ໃນໄລຍະຕໍ່ມາ.
- ສະແດງເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີ ເປັນຈິດຫນຶ່ງໃຈດຽວ, ຄວາມອົດທົນຫມັ້ນຫນຽວ ບໍ່ຄອນແຄນຕໍການນາບຂູ່, ຫລອກລວງຂອງສັດຕູ, ຄວາມມີນໍາ້ໃຈສູ່ຮົບພິລະອາດຫານ ແລະ ໄຫວພິບຂອງກອງພັນທີ 2 ໄດ້ເປັນແຫວນແຍງ, ເປັນການປຸກລະດົມອັນແຮງກ້າ ໃຫ້ແກ່ຂະບວນການປະຕິວັດ ເພື່ອຕິເອົາຊະນະສັດຕູຜູ້ຮຸກຮານ ແລະ ລູກແຫລ່ງຕິນມື. ພ້ອມດຽວກັນນັ້ນ ຍັງເຮັດໃຫ້ກໍາລັງປະຕິວັດ ໂດຍສະເພາະກໍາລັງປະກອບອາວຸດຂອງປະຊາຊົນ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ເຮັດໃຫ້ອິດທິພົນຂອງກໍາລັງຝ່າຍປະເທດລາວ ( ແນວລາວຮັກຊາດ) ນັບມື້ນັບພົ້ນເດັ່ນຂື້ນໃນເວທີສາກົນ.
Editor: ກຳປານາດ ລັດຖະເຮົ້າ